Unitel News
Trang chủPolitics, Societyແຂວງວຽງຈັນ ສາມາດແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%

ແຂວງວຽງຈັນ ສາມາດແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%

-

ຊົມເຊີຍແຂວງວຽງຈັນ ສາມາດແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%

ທ່ານ ພູທະນູເພັດ, ຮອງເຈົ້າແຂວງວຽງຈັນ, ຜູ້ຊີ້ນຳວຽກ ງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂອງແຂວງວຽງຈັນ ໃຫ້ຮູ້ໃນໂອກາດລາຍ ງານຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕິດ ພັນກັບວຽກງານ 3 ສ້າງ ປະຈຳປີ 2024 ແລະ ທິດທາງແຜນ ການ ປະຈຳປີ 2025 ຈັດຂຶ້ນໃນວັນທີ 11 ກຸມພານີ້ວ່າ: ປັດຈຸບັນທົ່ວແຂວງວຽງຈັນ ມີ 431 ບ້ານ, ມີ 79,132 ຄອບຄົວ, ມີບ້ານພົ້ນທຸກ 431 ກວມ 100%, ຄອບຄົວພົ້ນທຸກ 75,700 ຄອບຄົວ, ກວມ 95,66% , ຄອບຄົວທີ່ຍັງບໍ່ພົ້ນທຸກ 3,432 ຄອບຄົວກວມ 4,33%, ບ້ານພັດທະນາ 175 ບ້ານ ກວມ 40,60%, ຄອບຄົວພັດທະນາ 64,099 ຄອບຄົວ ກວມ 81%.

ການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ມາຮອດປັດຈະບັນ ມີ 6 ຈຸດສຸມ ສາມາດສັງລວມໄດ້ ຄື:

– ຈຸດສຸມຜາສັງ (ເມືອງເຟືອງ) ບັນລຸຄົບ 16 ມາດຖານກວມ 100% ແລະ ປະ ກາດຮັບຮອງແລ້ວ ເຮັດໃຫ້ເຂດດັ່ງກ່າວມີສີສັນຂຶ້ນຄ້າຍຄືຕົວ ເມືອງ.

– ຈຸດສຸມນາມອນບ້ານໂພນສະຫວ່າງ (ເມືອງວັງວຽງ): ບັນລຸຄົບ 16 ມາດຕະຖານ, ກວມ 100% (ກຳລັງປະກອບເອກະສານຂັ້ນເມືອງສະເໜີຫາແຂວງຮັບຮອງ).

– ຈຸດສຸມປຸງຫຼັກ, ເມືອງກາສີ ມາເຖິງປະຈຸບັນ ແມ່ນບັນລຸຄົບ 10 ມາດຕະຖານ ກວມ 68,75%, ບໍ່ບັນ 06 ມາດຖານ ກວມ 37,50%.

– ຈຸດສຸມພັດທະນາ ຄົກເຂົ້າດໍ (ເມືອງຊະນະຄາມ) ບັນລຸ 13 ມາດຕະຖານ, ກວມ 81,25%, ບໍ່ບັນລຸ 03 ມາດຖານ.

– ຈຸດສຸມພັດທະນາ ໂນນສະຫວັນ (ເມືອງຊະນະຄາມ) ບັນລຸ 13 ມາດຕະຖານ, ກວມ 81,25%, ບໍ່ບັນລຸ 03 ມາດຖານ ແລະ ຈຸດສຸມເມືອງຄີ່(ເມືອງແມດ) ບັນລຸ 14 ມາດຕະຖານ, ກວມ 87,50%, ບໍ່ບັນລຸ 02 ມາດຖານ.

ສ່ວນເມືອງທຸກຍາກ ຖ້າທຽບໃສ່ ດຳລັດ 348/ລບ ມາຮອດປັດຈຸບັນ ຈຳນວນ 11 ເມືອງ ຂອງແຂວງວຽງຈັນ ແມ່ນສາມາດບັນລຸມາດຕະຖານພົ້ນທຸກທັງໝົດ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới