Unitel News
Trang chủPolitics, Societyຣັດເຊຍ ໃຫ້ທຶນບູລະນະສ້ອມແປງໂຮງໝໍມິດຕະພາບ

ຣັດເຊຍ ໃຫ້ທຶນບູລະນະສ້ອມແປງໂຮງໝໍມິດຕະພາບ

-

ພິທີວາງສີລາລືກໂຄງການບູລະນະສ້ອມແປງໂຮງໝໍມິດຕະພາບ ພາຍໃຕ້ການຊ່ວຍເຫຼືອຈາກ ສະຫະພັນຣັດເຊຍ ໂດຍຜ່ານອົງການ UNOPS ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ໂຮງໝໍມິດຕະພາບ, ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ Vladimir A. KALININ ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການບູລະນະສ້ອມແປງໂຮງໝໍມິດຕະພາບ ພາຍໃຕ້ການ ຊ່ວຍເຫຼືອຈາກ ສະຫະພັນ ຣັດເຊຍ ໂດຍຜ່ານອົງການ UNOPS ຄັ້ງນີ້ ຈໍານວນ 12,9 ລ້ານໂດລາ, ເຊິ່ງໂຮງໝໍມິດຕະພາບລາວ- ໂຊຫວຽດເປັນສັນຍະລັກຂອງສາຍພົວພັນຮ່ວມມືລະຫວ່າງສະຫະ ພັນ ຣັດເຊຍ ແລະ ສປປ ລາວ ທີ່ໄດ້ເປີດນຳໃຊ້ມາແຕ່ປີ 1988. ມາຮອດປະຈຸບັນເປັນເວລາ 37 ປີແລ້ວ ໂດຍຈະບູລະນະສ້ອມ ແປງໂຮງໝໍມິດຕະພາບຕຶກເກົ່າ ເຊິ່ງມີຫລາຍໜ້າວຽກ ເປັນຕົ້ນແມ່ນ: ວຽກກໍ່ສ້າງລະບົບຫ້ອງນ້ຳໃໝ່, ວຽກລະບົບນ້ຳ ລວມມີ ອ່າງເກັບນ້ຳ, ລະບົບທໍ່ສົ່ງ, ລະບົບປ້ຳ ແລະ ອື່ນໆ.

ແຫຼ່ງຂ່າວຈາກ: LNR

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới