Unitel News
Trang chủPolitics, Societyປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ເກົ່າ-ຜູ້ໃໝ່

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ເກົ່າ-ຜູ້ໃໝ່

-

ໃນວັນທີ 14 ມັງກອນ 2025 ທີ່ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ໂດຍການເຂົ້າຮ່ວມຂອງ ພົຈວ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ຜູ້ຊີ້ນໍາວຽກງານກວດຄົນເຂົ້າ-ອອກ ສປປ ລາວ, ມີ ພັອ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ມີຄະນະພັກ-ຄະນະບັນຊາກົມ, ພະແນກ, ແຂກຮັບເຊີນ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ຫຼັງຈາກນັ້ນ, ກໍໄດ້ມີພິທີເຊັນມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ພັທ ວັນເພັງ ທອງມາວົງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ເກົ່າ ແລະ ພັທ ເຄນໄມ ຄໍາມູນວົງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ໃໝ່, ໂດຍຊ່ອງໜ້າ ພົຈວ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ພ້ອມດ້ວຍບັນດາຜູ້ທີ່ເຂົ້າຮ່ວມ.

ໂອກາດນີ້, ພົຈວ ສາຍສະໝິງ ສີວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ເກົ່າ ເຮັດໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກ ແລະ ໃຫ້ທິດຊີ້ນໍາຕໍ່ ຄະນະພັກ-ຄະນະກົມ ແລະ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ໃໝ່ ສືບຕໍ່ນໍາພາວຽກງານທີ່ຍັງຄົງຄ້າງ ໃຫ້ມີຜົນສໍາເລັດ ໂດຍສະເພາະ ວຽກງານກວດຄົນເຂົ້າ-ອອກ ຢູ່ສະໜາມບິນສາກົນວັດໄຕ ໃຫ້ທີຄວາມຮັດກຸມ, ສາມາດຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ແຫຼ່ງຂ່າວ: ຄວາມສະຫງົບ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới