Unitel News
Trang chủPolitics, Societyແຈ້ງເຕືອນໄພ ສະພາບອາກາດຫນາວເຢັນ ແລະ ມີລົມພັດແຮງ ປະຈໍາວັນທີ 13 ມັງກອນ 2025

ແຈ້ງເຕືອນໄພ ສະພາບອາກາດຫນາວເຢັນ ແລະ ມີລົມພັດແຮງ ປະຈໍາວັນທີ 13 ມັງກອນ 2025

-

ພະແນກພະຍາກອນອາກາດ ແລະ ແຈ້ງເຕືອນໄພ ມວນອາກາດຫນາວ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອທີ່ມີກໍາລັງແຮງພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຈະສືບຕໍ່ຫນາວເຢັນຢູ່ໃນແຕ່ລະພາກ ແລະ ອາກາດ ຈະຫນາວເຢັນຫຼາຍຢູ່ບັນດາແຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ເກືອບທົ່ວໄປ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີ ສະຕິກຽມພ້ອມຮັບມືກັບສະພາບອາກາດຫນາວເຢັນຫຼາຍ ແລະ ຈະມີລົມພັດແຮງຢູ່ທົ່ວໄປ ໂດຍສະເພາະ ຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເຫນືອ, ແຂວງໄຊສົມບູນ, ພາກກາງ ແລະ ເຂດພູພຽງບໍລະເວນ ໃນໄລຍະວັນທີ 13 ຫາ 15 ມັງກອນ 2025 ນີ້. ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເຫນີ, ພ້ອມ ທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າເປັນປະຈໍາ.

ພາກເຫນືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຫນາວເຢັນຫຼາຍ, ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 01 – 13 ອົງສາ.

ພາກເຫນືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ) : ອາກາດຫນາວເຢັນຫຼາຍ, ພ້ອມ ມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ເກືອບທົ່ວໄປ. ອຸນຫະພູມໃນລະຫວ່າງ 04 – 24 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດຫນາວເຢັນ, ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນ ລະຫວ່າງ 11 – 27 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຫນາວເຢັນ, ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນ ຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 08 – 26 ອົງສາ.

ແຂວງໄຊສົມບູນ : ອາກາດຫນາວເຢັນຫຼາຍ, ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ.  ອຸນຫະພູມໃນລະຫວ່າງ 00 – 25 ອົງສາ.ແລະ ຈະມີລົມພັດແຮງຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 14 – 30 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ ອາກາດຫນາວເຢັນຫຼາຍ, ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບ ຄ່ອຍ ພ້ອມມີລົມພັດແຮງຢູ່ທົ່ວໄປ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ອຸນຫະພູມໃນລະຫວ່າງ 04 – 21 ອົງສາ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới