Unitel News
Trang chủPolitics, Societyແບ້ງ ເລສເຕີ ອິນຟູທີ່ດັງຈາກການແຣັບຂາຍພວງມະໄລ ລ້ຽງແມ່ຕູ້ ຖືກຈ້າງກິນເຫຼົ້າຈົນເສຍຊີວິດ

ແບ້ງ ເລສເຕີ ອິນຟູທີ່ດັງຈາກການແຣັບຂາຍພວງມະໄລ ລ້ຽງແມ່ຕູ້ ຖືກຈ້າງກິນເຫຼົ້າຈົນເສຍຊີວິດ

-

ໄຫວ້ອາໄລ ແບ້ງ ເລສເຕີ້ ອິກຟູທີ່ດັງມາຈາກການແຣັບຂາຍພວງມາໄລ ລ້ຽງແມ່ຕູ້ ໄດ້ຖືກຈ້າງດື່ມເຫຼັ້າໃນປະລິມານທີ່ຫຼາຍຢ່າງໄວວາ ຈົນສຸດທ້າຍເສຍຊີວິດ.

ໃນວັນທີ 26 ທັນວາ 2024 ຜູ້ສື່ຂ່າວລາຍງານ ທ່ານ ພາກພູມ ເດດຫັດດິນ ຫຼື ໝໍແລັບແພນດ້າ ນັກເທກນິກການແພດຊື່ດັງ ໄດ້ໂພສຂໍ້ຄວາມແຈ້ງຂ່າວເສົ້າ ຂອງທ້າວ ທະນາຄານ ຄັນທີ ຫຼື ແບ້ງ ເລສເຕີ້ ອິນຟູຊື່ດັງຊາວໄທອິນຟູດັງຊາວໄທ ຖືກຈ້າງໃຫ້ກິນເຫຼົ້າໃນປະລິມານຫຼາຍ ໂດຍແລກກັບເງິນ 30,000 ບາດ ຫຼື ປະມານເກືອບ 20 ລ້ານກີບ ສຸດທ້າຍເສຍຊີວິດໃນເວລາ 3:40 ໂມງເຊົ້າຂອງວັນທີ 26 ທັນວາ 2024.

ພ້ອມໂພສເຕືອນສາຍດື່ມທັງຫຼາຍ: ຢ່າງທີ່ເຄີຍເຕືອນກັນໄປຫຼາຍຄັ້ງແລ້ວວ່າການກິນເຫຼົ້າໃນປະລິມານທີ່ຫຼາຍໃນເວລາອັນໄວ ມີການເສຍຊີວິດມາແລ້ວຫຼາຍລາຍ ຮ່່າງກາຍຄົນເຮົາບໍ່ຄືກັນ ບາງຄົນບໍ່ເປັນຫຍັງແຕ່ບາງຄົນກໍອາດຈະເສຍຊີວິດໄດ້ ເພາະການກິນເຫຼົ້າໃນປະລິມານທີ່ຫຼາຍບາດດຽວມັນອາດຈະເກີດພາວະເອວກໍຮໍເປັນພິດ ເພາະເອວກໍຮໍຖືກເຕີມເຂົ້າໄປເລື້ອໆ ບໍປ່ອຍໃຫ້ຮ່າງກາຍມີເວລາຖ່າຍເທເອວກໍຮໍອອກຈາກຮ່າງກາຍໃຫ້ໝົດ.

ເຊິ່ງປັດຈຸບັນທາງເຈົ້າໜ້າທີ່ໄທຍັງໄດ້ນຳສົບເພື່ອນຳໄປທັນນະສູດ ເພື່ອຊອກຫາສາເຫດຂອງການເສຍຊີວິດອີກຕໍ່ໄປ, ຝາກເປັນອຸທາຫອນສອນໃຈສຳລັບສາຍດື່ມທັງຫຼາຍ ເພາະການກິນເຫຼົ້າໃນປະລິມານທີ່ຫຼາຍແບບໝົດໄວ ນອກຈາກຈະສ່ຽງໃຫ້ເສຍຊີວິດແລ້ວ ຍັງສ່ຽງເກີດອຸບັດຕິເຫດຮຸນແຮງ ແລະ ຍັງເຮັດໃຫ້ເສຍຊັບສິນຫຼາຍອີກດ້ວຍ ສະນັ້ນຄວນດື່ມໃນປະລິມານທີ່ພໍດີ ແລະ ບໍ່ຂັບຂີ່ເວລາເມົາ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới