Unitel News
Trang chủPolitics, Societyປະທານປະເທດຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ປະທານປະເທດຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

-

ວັນທີ 17 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ບຸຍ ແທງ ເຊີນ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

อาจเป็นรูปภาพของ 3 คน, แท่นบรรยาย, ห้องทำงานรูปไข่ของประธานาธิบดี และ ข้อความ

ໃນໂອກາດນີ້ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຜົນສຳເລັດກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 11 ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ພ້ອມນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ການຢ້ຽມຢາມພົບປະຂອງຄະນະຜູ້ແທນສອງປະເທດແຕ່ສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດ ນາມ ຮັກສາກົນໄກການຮ່ວມມືທີ່ມີຢູ່ແລ້ວ ໂດຍສະເພາະກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີເພື່ອຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໃຫ້ນັບມື້ນັບເຂັ້ມແຂງ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.

อาจเป็นรูปภาพของ 13 คน, แท่นบรรยาย และ งานแต่งงาน

ໃນໂອກາດດຽວກັນ ສະຫາຍ ບຸຍ ແທງເຊີນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນທີ່ເຕັມໄປດ້ວຍນໍ້າໃຈໄມຕີຈິດຮັກແພງຖານສະຫາຍອ້າຍນ້ອງ ຈາກທ່ານ ໂຕ ເລີມ ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ກໍຄືການນຳພັກ ລັດຖະບານ ແຫ່ງ ສສ ຫວຽດນາມມາຍັງຄູ່ຮ່ວມຕຳແໜ່ງຝ່າຍລາວ, ພ້ອມນັ້ນກໍໄດ້ແລກປ່ຽນຄຳຄິດເຫັນຕໍ່ບັນຫາສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ລັດຖະບານຫວຽດນາມຍິນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.

ຂ່າວ: ໜັງສືພິມວຽງຈັນໃໝ່

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới