Unitel News
Trang chủPolitics, Societyແຂວງບໍ່ແກ້ວ ປະກາດອະໄພຍະໂທດ 49 ນັກໂທດ ເນື່ອງໃນວັນຊາດທີ 2 ທັນວາ

ແຂວງບໍ່ແກ້ວ ປະກາດອະໄພຍະໂທດ 49 ນັກໂທດ ເນື່ອງໃນວັນຊາດທີ 2 ທັນວາ

-

ແຂວງບໍ່ແກ້ວ ປະກາດການໃຫ້ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ ພິທີແມ່ນໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2024 ທີ່ຄ້າຍຂຸມຂັງ-ດັດສ້າງແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ທ່ານ ຄໍານວນ ກ້ອນ ກຳມະການພັກແຂວງ ຮອງປະທານຄະນະກຳມະການອະໄພຍະໂທດລະດັບແຂວງ ຫົວໜ້າ ອົງການໄອຍະການປະຊາຊົນແຂວງບໍ່ແກ້ວ, ກອງເລຂາ ຄະນະກຳມະການອະໄພຍະໂທດ, ຄະນະກຳມະການ ອະໄພຍະໂທດລະດັບແຂວງ, ພິ່ນ້ອງນັກໂທດ, ນັກໂທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 1 คน และ ข้อความ

อาจเป็นรูปภาพของ 5 คน และ ผู้คนกำลังอ่านหนังสือ

ແຂວງບໍ່ແກ້ວ ບັນຊີສະເໜີຂໍອະໄພຍະໂທດຫຼຸດຜ່ອນໂທດ ມີຈໍານວນ 51 ຄົນ, ຍິງ 13 ຄົນ,ໃນນີ້ ຜູ້ທີ່ມີເງື່ອນໄຂໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ຈໍານວນ 49 ຄົນ, ຍິງ 13 ຄົນ, ຂໍ້ຫາຢາເສບຕິດ 48 ຄົນ,ຍິງ 13 ຄົນ, ຂໍ້ຫາທົ່ວໄປ 01 ຄົນ, ໄດ້ເງື່ອນໄຂອະໄພຍະໂທດປ່ອຍຕົວມີ 14 ຄົນ, ຍິງ 4 ຄົນ, ຂໍ້ຫາຢາເສບຕິດ 10 ຄົນ, ຍິງ 3 ຄົນ, ຂໍ້ຫາທົ່ວໄປ 4 ຄົນ ,ຍິງ 01 ຄົນ.

ຂ່າວ: ໜັງສືພິມບໍ່ແກ້ວ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới