Unitel News
Trang chủPolitics, Society5 ບ້ານເມືອງໄຊທານີ ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ

5 ບ້ານເມືອງໄຊທານີ ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ

-

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ DIP DN 500 mm, ໃສ່ທໍ່ນໍ້າປະປາ ໃໝ່ ຂະໜາດ DIP DN 400 mm ເພື່ອເພີ່ມແຮງດັນນໍ້າ ຢູ່ເຂດນິຄົມອຸສາຫະກຳໂນນທອງ ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 1 ພະຈິກ 2024 ເລີ່ມແຕ່ 9:00ໂມງ ຫາ 16:30ໂມງ, ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ ຢູ່ເຂດເມືອງດັ່ງກ່າວ.

ໃນໄລຍະການສ້ອມແປງນີ້, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຂໍຮຽກຮ້ອງໃຫ້ບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ເຂດບ້ານໄຊສົມບູນ, ບ້ານໂຄກສະອາດ, ບ້ານສະພັງຄະນົງ, ບ້ານໄຜ່ລ້ອມ, ບ້ານຫົວຊຽງ ແລະ ຂອບເຂດບໍລິເວນບ້ານໄກ້ຄຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới