Unitel News
Trang chủPolitics, Societyຍີ່ປຸ່ນເລັ່ງດັບໄຟປ່າຮຸນແຮງທີ່ສຸດສຸດໃນຮອບ 30 ປີ ອົບພະຍົບປະຊາຊົນຫຼາຍພັນຄົນ

ຍີ່ປຸ່ນເລັ່ງດັບໄຟປ່າຮຸນແຮງທີ່ສຸດສຸດໃນຮອບ 30 ປີ ອົບພະຍົບປະຊາຊົນຫຼາຍພັນຄົນ

-

ຍີ່ປຸ່ນເລັ່ງດັບໄຟປ່າຮຸນແຮງທີ່ສຸດໃນຮອບ 30 ປີ ຕ້ອງລະດົມເຈົ້າໜ້າທີ່ືດັບໄຟຫຼາຍກວ່າ 2,000 ຄົນ ເພື່ອຊ່ວຍກັນດັບໄຟ ແລະ ເລັ່ງອົບພະຍົບປະຊາຊົນເກືອບໜຶ່ງໝື່ນຄົນອອກຈາກພຶ້ນທີ່ໄຟປ່າທາງຕອນເໜືອຂອງປະເທດ.

ສຳນັກຂ່າວ NHK ຂອງຍີ່ປຸ່ນລາຍງານໃນວັນທີ 4 ມີນາ 2025 ນີ້ກ່ຽວກັບຄວາມຄືບໜ້າສະຖານະການ ໄຟໄໝ້ປ່າຮຸນແຮງຢູ່ມາງພາກເໜືອຂອງຍີ່ປຸ່ນ ທີ່ເຜົາໄໝ້ພຶ້ນທີ່ດັ່ງກ່າວໄປກວ່າ 13,100 ໄຮ່ ໃນແຂວງອິວາເຕະ ນັບຕັ້ງແຕ່ໄຟໄໝ້ເມື່ອວັນພະຫັດ ທີ 27 ກຸມພາ 2025 ຜ່ານມາ, ເຊິ່ງຕ້ອງໄດ້ອົບພະຍົບປະຊາຊົນ ອອກຈາກພຶ້ນທີ່ກວ່າ 4,600 ຄົນ.

ທາງການຍີ່ປຸ່ນໄດ້ລະດົມເຈົ້າໜ້າທີ່ດັບໄຟຫຼາຍກວ່າ 2,000 ຄົນ ແລະ ໃຊ້ເຮລິຄອບເຕີກວ່າ 16 ລຳ ໄປຊ່ວຍຮັບມືກັບໄຟປ່າຮຸນແຮງທີ່ສຸດໃນຮອບ 30 ປີ ເຊິ່ງຕາມການລາຍງານຫຼ້າສຸດມີຄົນເສຍຊີວິດ 1 ຄົນ ແລະ ອາຄານຫຼາຍກວ່າ 80 ຫຼັງໄດ້ຮັບຄວາມເສຍຫາຍ.

ແຫຼ່ງຂ່າວ: NHK

 

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới