Unitel News
Trang chủPolitics, Societyຂໍຂອບໃຈ! ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ

ຂໍຂອບໃຈ! ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ

-

ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ

ວັນທີ 25 ກຸມພາ 2025, ອົງການຮ່ວມມືສາກົນຍີ່ປຸ່ນ ໄດ້ລົງນາມໃນສັນຍາຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ຈຳນວນ 1.27 ຕື້ເຢນ ໃນການຈັດຕັ້ງປະຕິບັດໂຄງການປັບປຸງສູນພັດທະ ນາຄູຂັ້ນແຂວງທັງໝົດ 9 ແຫ່ງທົ່ວປະເທດ.

ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ, ນະຄອນຫຼວງວຽງຈັນ, ໂດຍການລົງນາມຂອງ ທ່ານ ນາງ ສີສົມບູນ ອຸນາວົງ, ຫົວໜ້າກົມຮ່ວມມືສາກົນ ແລະ ທ່ານ ນາງ ມິຍະໂກະ ໂຄບາຢາຊິ, ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນປະຈຳລາວ.

ໂຄງການນີ້ບໍ່ພຽງແຕ່ມີຈຸດປະສົງເພື່ອຊ່ວຍປັບປຸງສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ແຕ່ລະສູນຝຶກອົບຮົມປະຈຳແຂວງ ທີ່ບໍ່ມີວິທະຍາໄລຄູເທົ່ານັ້ນ ແຕ່ຈະຊ່ວຍໃນການຍົກລະດັບຄວາມອາດສາມາດຂອງຄູປະຈຳການໃນແຂວງນັ້ນໆ ແລະ ຈະປະກອບສ່ວນສຳຄັນໃນການພັດທະນາລະບົບການສຶກສາລາວໃນໄລຍະຍາວ ໂດຍມີກະຊວງສຶກສາທິການ ແລະ ກິລາເປັນຜູ້ຈັດຕັ້ງປະຕິ ບັດຫຼັກໃນໂຄງການນີ້.

ທີ່ມາ: Jica Lao

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới