Unitel News
Trang chủPolitics, Societyຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງໄປແຂວງພາກເໜືອ ເພື່ອຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19

ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງໄປແຂວງພາກເໜືອ ເພື່ອຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19

-

ລາຍງານຈາກ ຂ່າວສານປະເທດລາວ (ຂປລ) ໃຫ້ຮູ້ວ່າ ວັນທີ 9 ພຶດສະພາ 2021 ນີ້, ທີ່ສະໜາມບິນສາກົນຫລວງພະບາງ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງພາກເໜືອ ໃຫ້ກຽດຕ້ອນຮັບໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງຫລວງພະບາງ, ພ້ອມດ້ວຍຄະນະສະເພາະກິດແຂວງຫລວງພະບາງ ແລະ ແຂວງອຸດົມໄຊ.

ໂອກາດນີ້, ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ກໍໄດ້ປະຊຸມຮ່ວມກັບຄະ ນະສະເພາະກິດແຂວງຫລວງພະບາງ ໂດຍໄດ້ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫລວງພະບາງ ຈາກຫົວໜ້າຄະນະສະເພາະກິດຂັ້ນແຂວງ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ ຈາກທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງຫລວງພະບາງ.

ພາຍຫລັງສຳເລັດການເຮັດວຽກຮ່ວມກັບທີມແພດ ແລະ ຄະນະສະເພາະກິດແຂວງຫລວງພະບາງແລ້ວ, ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຈະເດີນທາງໄປເຮັດວຽກຮ່ວມກັບຄະນະສະເພາະກິດ ແລະ ທີມແພດ ທີ່ປີ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ -19 ຢູ່ບັນດາແຂວງອື່ນ ຂອງພາກເໜືອ ຕື່ມອີກ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới