Unitel News
Trang chủPolitics, Societyຈະມີການບິນໂດນ 500 ລໍາ ແລະ ການຍິງພຸໄຟ ຢູ່ບຸນຜາສາຫີນວັດພູຈໍາປາສັກ ປະຈໍາປີ 2025

ຈະມີການບິນໂດນ 500 ລໍາ ແລະ ການຍິງພຸໄຟ ຢູ່ບຸນຜາສາຫີນວັດພູຈໍາປາສັກ ປະຈໍາປີ 2025

-

ຈະມີການບິນໂດນ 500 ລໍາ ແລະ ການຍິງພຸໄຟ ດ້ວຍແສງສີສຽງທີ່ອະລັງການຢູ່ບຸນຜາສາຫີນວັດພູຈໍາປາສັກ ປະຈໍາປີ 2025
ທ່ານ ນາງ ສົມເລັດ ໂພສາລາດ ປະທານກຸ່ມບໍລິສັດ ຍິ່ງໂຊກໄຊ ໄດ້ລາຍງານໃນໂອກາດທີ່ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ ພ້ອມຄະນະ ເຄື່ອນ ໄຫວຕິດຕາມກວດກາບັນດາໜ້າວຽກຕ່າງໆ ເພື່ອກະກຽມຄວາມພ້ອມໃນການຈັດ ງານນະມັດສະການຜາສາຫີນວັດພູຈໍາປາສັກ ປະຈໍາປີ 2025 ໃນວັນທີ 4 ກຸມພານີ້ ວ່າ: ພາຍໃນງານຄັ້ງນີ້ ຈະມີການສະແດງບົດຟ້ອນສິນລະປະພື້ນເມືອງ, ການສະແດງສິນລະປະຍ້ອນຍຸກ ທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ.

ພ້ອມນີ້ ກໍຈະມີການວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະ ລິດຕະພັນ (ໂອດ໊ອບ) ຈາກ 9 ເມືອງ, 1 ນະຄອນ, ການແຂ່ງຂັນກິລາພື້ນເມືອງຫຼາກຫຼາຍປະເພດ. ແຕ່ລະຄືນ ຍັງມີການສະແດງສິລະປະຂອງນ້ອງນັກຮຽນ ແລະ ຊົມການສະແດງໝໍລຳເລື່ອງ ທີ່ເປັນເອກະລັກ ຂອງຊາວແຂວງຈໍາປາສັກ. ໃນໄລຍະດຽວກັນ ກໍຈະມີງານບຸນກາເຟ ຢູ່ເມືອງປາກຊ່ອງ.

ສໍາລັບມື້ເປີດງານຢ່າງເປັນທາງການ ຈະຈັດຂຶ້ນໃນຕອນບ່າຍວັນທີ 10 ກຸມພາ ເຊິ່ງຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ, ມີການສະແດງບົດຟ້ອນສີລະປະ, ການສະແດງສິລະປະລະຄອນຍ້ອນຍຸກ. ພິເສດ, ໃນງານຈະມີການບິນໂດນຈໍານວນ 500 ລໍາ ແລະ ຍິງພຸໄຟ 300 ລູກ ທີ່ປະກອບດ້ວຍແສງ ສີ ສຽງ ທີ່ອະລັງການ ເຊິ່ງເປັນຈຸດເດັ່ນ ຂອງງານນະມັດສະການຜາສາດຫີນວັດພູ ປະຈໍາປີ 2025.
ສໍາລັບບຸນນະມັດສະການຜາສາຫີນວັດພູຈໍາປາສັກ ປະຈໍາປີ 2025 ຈະຈັດຂຶ້ນໃນວັນທີ 10 – 12 ກຸມພາ 2025 ນີ້.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới