Unitel News
Trang chủPolitics, Societyປະກາດແຕ່ງຕັ້ງ ຮອງເຈົ້າແຂວງບໍ່ແກ້ວ (ຄົນໃໝ່) ຢ່າງເປັນທາງການ

ປະກາດແຕ່ງຕັ້ງ ຮອງເຈົ້າແຂວງບໍ່ແກ້ວ (ຄົນໃໝ່) ຢ່າງເປັນທາງການ

-

ໃນວັນທີ 17 ມັງກອນ 2025 ຜ່ານມາ, ທີ່ຫ້ອງວ່າການແຂວງບໍ່ແກ້ວ ໄດ້ຈັດພິທີ ປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່) ໃຫ້ກຽດເຂົ້າຮ່ວມເປັນປະທານມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ປ.ອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີບັນດາສະຫາຍ ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ສະຫາຍ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງ ພະນັກງານ ຄະນະຈັດຕັ້ງສູນກາງພັກໄດ້ຜ່ານ ມະຕິຕົກລົງເລກທີ 349/ ຄລສພ, ຄໍາສັ່ງເລກທີ 03/ນຍ ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່ ເຫັນດີແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ ກະຊວງປ້ອງກັນປະເທດ ມາເປັນຮອງເລຂາຄະນະບໍລິຫານງານພັກແຂວງພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່) ແລະ ຍົກຍ້າຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ຢູ່ກະຊວງປ້ອງກັນປະເທດ.

ແຫຼ່ງຂ່າວ: ສະຖານີວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới