Unitel News
Trang chủPolitics, Societyປະທານປະເທດລາວ ພົບກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

ປະທານປະເທດລາວ ພົບກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

-

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ. ຣັດ ເຊຍ, ໃນວັນທີ 23 ຕຸລາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko), ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ- ສ.ເບລາຣຸດຊີ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

May be an image of 7 people and text

ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ ລະ ຫວ່າງ ລາວ ແລະ ເບລາຣຸດຊີ ທີ່ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍມີການແລກປ່ຽນການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງ, ພ້ອມທັງມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກ ພື້ນ ແລະ ສາກົນ, ​​ພິ​ເສດປີ 2024 ນີ້ ສອງຝ່າຍໄດ້ມີ​ການສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ ດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ມີຄວາມໝາຍສໍາຄັນ. ພ້ອມ​ດຽວ​ກັນ​ນີ້, ​ສອງ​ຝ່າຍ ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ລົງ​ເລີກ​ໃນ​ການ​ເສີມ​ຂະ​ຫ​ຍາຍຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ ທີ່​​ທັງສອງ​ຝ່າຍ​ມີ​ທ່າ​ແຮງ ແລະ ເປັນ​ເອ​ກະ​ພາບ​ກັນ ໃຫ້ມີ​ການຊຸກ​ຍູ້​ໃຫ້ ​ພາກ​ສ່ວນ​ຕ່າງໆ​ ຂອງ​ສອງ​ປະ​ເທດ ​ໄດ້ເພີ່ມ​ທະ​ວີ​ ແລະ ເສີມ​ຂະ​ຫ​ຍາຍ ໃນ​ວຽກ​ງານ​ດັ່ງ​ກ່າວ ໃຫ້​ແຕກດອກ​ອອກ​ຜົນ.

ຂ່າວ: ວສລ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới