Unitel News
Trang chủPolitics, Societyປະທານປະເທດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ

ປະທານປະເທດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ

-

ວັນທີ 19 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວ້ຽນ ຫ໋າຍ ນິງ ລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 18-20 ທັນວາ 2024.

อาจเป็นรูปภาพของ 2 คน, ห้องทำงานรูปไข่ของประธานาธิบดี และ ข้อความ

ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ຫງວ້ຽນ ຫ໋າຍ ນິງ ທີ່ຫາກໍຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີກະຊວງຍຸຕິທຳຄົນໃໝ່ຂອງ ສສ ຫວຽດ ແລະ ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ.

อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ

ໂອກາດດຽວກັນ ທ່ານ ຫງວ້ຽນ ຫ໋າຍ ນິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມໃນການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ພ້ອມທັງລາຍງານຈຸດປະສົງ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ກັບກະຊວງຍຸຕິທຳໃຫ້ທ່ານປະທານປະເທດຊາບ ແລະ ອວຍ ພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

ຂ່າວ: ໜັງສືພິມວຽງຈັນໃໝ່

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới