Unitel News
Trang chủPolitics, Societyລມຕ ກະຊວງສາທາ ຊີ້ແຈງຕໍ່ກັບມາດຕະການສຶກສາອົບຮົມຈັນຍາບັນແພດໝໍ

ລມຕ ກະຊວງສາທາ ຊີ້ແຈງຕໍ່ກັບມາດຕະການສຶກສາອົບຮົມຈັນຍາບັນແພດໝໍ

-

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ (ສທ) ໄດ້ຂຶ້ນຊີ້ແຈ້ງບັນຫາທີ່ພົວພັນກ່ຽວກັບມາດຕະການໃນການສຶກສາອົບຮົບຈັນຍາບັນ, ຈັນຍາທໍາ ໃຫ້ແກ່ພະນັກງານແພດໝໍ. ຕໍ່ຄຳຊັກຖາມ ແລະ ມີຄໍາຖາມເຈາະຈີ້ມຂອງສະມາຊິກຊະພາແຫ່ງຊາດ (ສສຊ). ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະຈິກນີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

May be an image of 1 person and dais

ສໍາລັບມາດຕະການໃນການສຶກສາອົບຮົມຈັນຍາບັນ, ຈັນຍາທໍາ ຂອງບັນດາແພດໝໍທີ່ມີການກະທໍາຜິດ ເຊັ່ນ: 1. ການເວົ້າຈາບໍ່ສຸພາບຕໍ່ຄົນເຈັບ ແລະ ຍາດຕິພີ່ນ້ອງຄົນເຈັບ, ຖາມເອົາເງິນນໍາຄົນເຈັບ ຫຼື ຍາດຕິພີ່ນ້ອງຄົນເຈັບ ຫຼື ສະແດງພຶດຕິກຳຂອງຕົນບໍ່ເໝາະສົມ ຕ້ອງໄດ້ປະຕິບັດວິໄນ ກະຊວງສາທາລະນະສຸກ ມີມາດຕະການ ດັ່ງນີ້: ຖ້າກະທໍາຜິດຄັ້ງທີໜຶ່ງ ພະແນກທີ່ກ່ຽວຂ້ອງເຊີນຜູ້ກ່ຽວມາຕັກເຕືອນກ່ອນຊ່ອງໜ້າ ຄະນະພະແນກ, ເຮັດບົດບັນທຶກ ອ່ານຄໍາຕັກເຕືອນໃຫ້ຜູ້ກ່ຽວຮັບຮູ້, ພ້ອມທັງເຊັນຮັບຮູ້; ຄັ້ງທີສອງໃຫ້ຜູ້ກ່ຽວເຮັດໃບສຳຫຼວດຂອງຕົນເອງ ພ້ອມທັງປະຕິຍານຕົນເອງຕໍ່ຫົວໜ້າ ແລະ ຄະນະພະແນກ, ຄັ້ງທີສາມ ທາງພະແນກສົ່ງຜູ້ກ່ຽວຕໍ່ພະແນກຈັດຕັ້ງພະນັກງານ ເຊີນອົງການຈັດຕັ້ງມະຫາຊົນມາຮ່ວມ, ບາງຄັ້ງໃຫ້ຜູ້ກ່ຽວຍ້າຍໄປປະຈຳການບ່ອນບໍ່ມີຄົນເຈັບ.

No photo description available.

ຖ້າຫາກກະທໍາຜິດຮ້າຍແຮງ ແມ່ນໃຫ້ຢຸດຕິການປະຕິບັດໜ້າທີ່ທັນທີ ແລະ ປະຕິບັດຕາມກົດໝາຍ 2. ແຕ່ລະໂຮງໝໍ ມີແຜນຝຶກອົບຮົມ ໃຫ້ພະນັກງານແພດໝໍ ທຸກຄົນຕ້ອງໄດ້ຮຽນຮູ້ ເລື່ອງຈັນຍາບັນ, ຈັນຍາທໍາ ມາລະຍາດທາງສັງຄົມ ທີ່ທາງໂຮງໝໍໄດ້ສອນໃຫ້ພະນັກງານ ປີລະ 1 ຄັ້ງ, ສໍາລັບພະຍາບານແມ່ 2 ຄັ້ງ, ສໍາລັບກໍລະນີມີພະນັກງານມາເຂົ້າເຮັດວຽກໃໝ່ ຫຼື ອາສາສະໝັກໃໝ່ ຈະໄດ້ຝຶກອົບອົບຮົມ ດ້ານຈັນຍາບັນ, ຈັນຍາທໍາ ໃຫ້ກ່ອນການເຮັດວຽກ ແລະ 3. ເຂົ້າຫຼັກສູດການຮຽນການສອນທຸກສາຂາການຮຽນ ວມສ, ວວສ, ໂຮງຮຽນພະຍາບານ ແລະ ເຕັກນິກ.

ຂ່າວ: ປະຊາຊົນ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới