ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ນຳສະເໜີວິດີໂອໃໝ່ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນຫ້ອງຮຽນ.

ໃນວັນທີ 4 ເດືອນມີນາ 2025, ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານນາງ ເບັນນິຕາ ຊຳເມີວິວ, ອຸປະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເປັນເຈົ້າພາບຮ່ວມໃນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ເພື່ອປູກຈິດສຳນຶກກ່ຽວກັບບົດບາດຂອງຂະແໜງການສຶກສາ ແລະ ສື່ມວນຊົນ ໃນການສ້າງອະນາຄົດທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ. ເຂົ້າຮ່ວມງານດັ່ງກ່າວມີບັນດາທ່ານຫົວໜ້າກົມ ແລະ ຮອງຫົວໜ້າກົມຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ພ້ອມດ້ວຍບັນ ດາຄະນະຜູ້ອຳນວຍການສຳນັກຂ່າວຂອງ ສປປ ລາວ, ມີຜູ້ເຂົ້າ ຮ່ວມທັງໝົດປະມານ 70 ທ່ານ.
ທ່ານ ປອ ນາງ ດາລາວອນ ໄດ້ກ່າວໃນງານວ່າ: “ວັນແມ່ຍິງສາກົນແມ່ນວາລະທີ່ຈະສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕໍ່ເນື່ອງເພື່ອບັນລຸຄວາມສະເໝີພາບຍິງ-ຊາຍ ແລະສືບຕໍ່ຄວາມມຸ້ງໝັ້ນຮ່ວມຂອງພວກເຮົາເພື່ອການປ່ຽນແປງໃນທາງບວກທີ່ດີຂຶ້ນຕໍ່ທຸກຄົນໃນສັງຄົມ. ຄວາມສະເໝີພາບຍິງ-ຊາຍ ແມ່ນບູລິມະສິດທີ່ສຳຄັນໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຂອງລັດຖະບານ ແຫ່ງ ສປປ ລາວ. ທີມງານສື່ຂອງກະຊວງສຶກສາທິການ ແລະ ກິລາ ລວມທັງສື່ມວນຊົນຈາກສຳນັກຂ່າວໃນຂອບເຂດທົ່ວປະເທດ ມີບົດບາດສຳຄັນໃນການຊຸກຍູ້ໃຫ້ສັງຄົມມີຄວາມກ້າວໜ້າ ແລະ ມີສ່ວນຮ່ວມຂອງທຸກຄົນ ທັງເປັນການຊຸກຍູ້ໃຫ້ມີການປັບປຸງດ້ານຜົນການຮຽນຂອງນັກຮຽນ ໂດຍສະເພາະສຳລັບເດັກທີ່ດ້ອຍໂອກາດ. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ເປັນປະທານເປີດວາລະພິທີໃນມື້ນີ້, ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງຜົນສໍາເລັດທີ່ຜ່ານມາ ແລະ ນໍາສະເໜີວິດີໂອທໍາອິດທີ່ພວກເຮົາຜະລິດໃນຂະແໜງການສຶກສາ ທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນໂຮງຮຽນ”.
ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວວ່າ: “ຄວາມສະເໝີພາບຍິງ-ຊາຍ ແມ່ນຍັງສືບຕໍ່ເປັນວຽກບຸລິມະສິດຂອງລັດຖະ ບານອົດສະຕຣາລີ. ໃນເດືອນທີ່ຜ່ານມາ, ລັດຖະມົນຕີການຕ່າງ ປະເທດອົດສະຕຣາລີ ໄດ້ເຜີຍແຜ່ຍຸດທະສາດສາກົນໃໝ່ຂອງອົດສະຕຣາລີກ່ຽວກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ເຊິ່ງເປັນການໃຫ້ຄຳໝັ້ນສັນຍາຂອງພວກເຮົາໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສິດທິຂອງແມ່ຍິງໃນທົ່ວໂລກ, ໂດຍສະເພາະ ໃນພາກພື້ນອິນໂດ-ປາຊີຟິກ. ແຕ່ການທີ່ພວກເຮົາຈະສາມາດບັນລຸຄວາມສະເໝີພາບຍິງ-ຊາຍໄດ້ຢ່າງແທ້ຈິງແມ່ນຮຽກຮ້ອງຕ້ອງການຫຼາຍກວ່ານະໂຍບາຍ ເຊັ່ນ ການປ່ຽນແປງດ້ານວັດທະນະທຳ, ການສຶກສາ ແລະ ພະລັງຂອງການບອກເລົ່າເລື່ອງລາວຕ່າງໆ. ດ້ວຍເຫດນີ້, ລັດຖະບານອົດສະຕຣາລີ ມີຄວາມພູມໃຈໃນການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ໃນການເຜີຍແຜ່ວິດີໂອເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃຫ້ທຸກທ່ານໄດ້ຮັບຊົມໃນມື້ນີ້. ຈຸດປະສົງທີ່ສຳຄັນ ແມ່ນເພື່ອເນັ້ນໃຫ້ເຫັນໜັກບົດບາດສຳຄັນຂອງຄູໃນການຊຸກຍູ້ໃຫ້ມີຄວາມສະເໝີພາບຍິງ-ຊາຍໃນຫ້ອງຮຽນ”.
ທີມງານຂ່າວສານຂອງ ສວສ ໄດ້ມີຄວາມກ້າວໜ້າອັນສໍາຄັນໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຜ່ານການຜະລິດສື່ວິດີໂອນີ້. ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ທີມງານໄດ້ຮັບການຝຶກອົບຮົມໃນຫຼາຍຫົວຂໍ້ ເພື່ອເສີມຂະຫຍາຍທັກສະດ້ານວິຊາການຂອງເຂົາເຈົ້າໃນຫຼາຍດ້ານ ເຊິ່ງລວມມີ: ການຖ່າຍທຳ, ການຕັດຕໍ່, ຝຶກສ້າງກາຕູນເອນິເມຊັນ ແລະ ດ້ານການຕັດຕໍ່ສຽງ. ການຝຶກອົບຮົມດັ່ງກ່າວໄດ້ເນັ້ນໜັກເຖິງການເສີມສ້າງຄວາມສາມາດຂອງພະນັກງານຍິງ ເພື່ອປະຕິບັດບົດບາດດ້ານວິຊາການຢູ່ເບື້ອງຫຼັງການຖ່າຍທຳ ແລະ ການຕັດຕໍ່, ເປັນການປ່ຽນບົດບາດຈາກເມື່ອກ່ອນທີ່ຜູ້ຍິງສາມາດເຮັດໜ້າທີ່ພຽງແຕ່ຢູ່ເບື້ອງໜ້າເຊັ່ນ: ເປັນພິທີກອນ ຫຼື ນັກສະແດງ. ໃນປັດຈຸບັນທີມງານຍັງມີເປົ້າໝາຍເພື່ອຊຸກຍູ້ໃຫ້ພະນັກງານຊາຍກ້າວໄປສູ່ການເປັນຜູ້ນຳສະເໜີ ຫຼື ພິທີກອນ, ຮັບປະກັນໃຫ້ມີຜູ້ນຳສະເໜີທີ່ສົມດຸນຍິງ-ຊາຍຫຼາຍຂຶ້ນ. ທີມງານທຸກຄົນໄດ້ຮັບການຝຶກອົບຮົມກ່ຽວກັບການຂຽນບົດ ແລະ ການຄັດເລືອກນັກສະແດງທີ່ໃຫ້ທຸກຄົນມີສ່ວນຮ່ວມ, ເນັ້ນໃສ່ການຫຼີກລ່ຽງແນວຄິດແບບເກົ່າດັ່ງເດີມ ແລະ ຮັບປະກັນຄວາມສະເໝີ ພາບທັງຊາຍ ແລະ ຍິງ ໃນການເປັນຜູ້ນຳສະເໜີ. ເນື້ອໃນແມ່ນຖືກຕັ້ງໃຈສ້າງຂຶ້ນເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍໂດຍໃຫ້ເຫັນເຖິງພໍ່ໃນບົດບາດການເບິ່ງແຍງລູກ ແລະ ເນັ້ນໃຫ້ເຫັນເຖິງຈຸດແຂງຂອງແມ່ຍິງໃນບົດບາດໃນອາຊີບຕ່າງໆ. ການຕັດສິນໃຈໃນການເລືອກນັກສະແດງແມ່ນໄດ້ຮັບການພິຈາລະນາຢ່າງລະມັດ ລະວັງກ່ຽວກັບຄວາມສົມດຸນດ້ານເພດ ແລະ ຄວາມຫຼາກຫຼາຍຂອງຊົນເຜົ່າ, ເປັນການແກ້ໄຂຄວາມທ້າທາຍໃນການມອບວຽກແບບດັ່ງເດີມ – ຍົກຕົວຢ່າງ, ສົມມຸດຖານທີ່ວ່າຜູ້ອຳນວຍການແມ່ນເພດຊາຍ ແລະ ຄູສອນແມ່ນເພດຍິງ. ຜົນໄດ້ຮັບແມ່ນເນື້ອ ໃນທີ່ສະແດງໃຫ້ເຫັນແມ່ຍິງໃນບົດບາດການເປັນຜູ້ນໍາໃນຂະນະ ທີ່ສະແດງໃຫ້ເຫັນຕົວຢ່າງໃນທາງບວກຂອງການຮ່ວມມືລະຫວ່າງຍິງ-ຊາຍ.
ທ່ານ ປອ ນາງ ດາລາວອນ ໄດ້ກ່າວສະຫຼຸບໂດຍການບອກເຖິງແຜນສ້າງວິດີໂອຕໍ່ໄປວ່າ: “ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນຄັ້ງນີ້ ຈະດຳເນີນໄປເປັນເວລາໜຶ່ງມື້ເຄິ່ງໂດຍຈະມີການຝຶກອົບຮົມໃຫ້ແກ່ທີມຜະລິດສື່ ແລະ ວິດີໂອຂອງ ສວສ ກ່ຽວກັບການປົກ ປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ – ເຊິ່ງຈະເປັນຫົວຂໍ້ຕໍ່ໄປທີ່ຈະສ້າງວິດີໂອ ເຊິ່ງເປັນປະເພດວິດີໂອເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ. ການຝຶກອົບຮົມຄັ້ງນີ້ຈະນຳພາໂດຍພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຈາກຫ້ອງການກະຊວງ”.
ຂ່າວ: ອະພິນຍາ