Unitel News
Trang chủPolitics, Societyລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມອາຫານໂລກ 2024

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມອາຫານໂລກ 2024

-

ທ່ານ ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ອາຫານໂລກ (WFF) ປະຈໍາປີ 2024 ຂອງອົງ ການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ທີ່ນະຄອນຫຼວງໂຣມ, ປະເທດອິຕາລີ ໃນລະຫວ່າງ ວັນທີ 14-18 ຕຸລາ 2024.

May be an image of 1 person, television, newsroom and text

ໃນກອງປະຊຸມດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ຂຶ້ນກ່າວມີຄຳເຫັນກ່ຽວກັບການຜະ ລິດກະສິກຳແບບຄອບຄົວ ທີ່ເປັນພື້ນຖານຂອງການຜະລິດອາຫານ ແລະ ປະກອບສ່ວນໃນການພັດ ທະນາເສດຖະ ກິດ ຂອງ ສປປ ລາວ ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານດັ່ງກ່າວ ໃນລະດັບຊາດ ແລະ ລະດັບຂົງເຂດອາຊີຕາເວັນອອກສຽງໃຕ້.

May be an image of 10 people, television and text

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ Qu Dongyu ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ FAO ເຊິ່ງໄດ້ປຶກສາຫາລື ກ່ຽວກັບ ສະພາບລວມການຮ່ວມມືໃນຂົງເຂດວຽກງານລະບົບສະບຽງອາຫານ ລະຫວ່າງ ສປປ ລາວ ແລະ FAO, ໂດຍໄດ້ຕົກລົງເຫັນດີເສີມຂະຫຍາຍການຮ່ວມມືທັງສອງຝ່າຍ ແລະ ໄດ້ເນັ້ນໃສ່ການສົ່ງເສີມຜະລິດຕະພັນກະສິກໍາທີ່ເປັນຈຸດເດັ່ນຂອງ ສປປ ລາວ ແລະ ການສົ່ງເສີມການລົງທຶນດ້ານກະສິກໍາ ຕິດພັນກັບການຄໍ້າປະກັນສະບຽງອາຫານ.

May be an image of 12 people

ກອງປະຊຸມຄັ້ງນີ້ ແມ່ນເນັ້ນໃສ່ການສ້າງຄວາມອາດສາມາດໃຫ້ແກ່ຊາວໜຸ່ມ ແລະ ການຊຸກຍູ້ໃຫ້ຊາວໜຸ່ມ ມີບົດບາດໃນວຽກງານການຜະລິດກະສິກຳ, ການຄໍ້າປະກັນສະບຽງອາຫານ, ມີຄວາມຮູ້ຄວາມສາມາດ, ມີຄວາມກ້າຫານ ແລະ ມີແນວຄິດປະດິດສ້າງ, ພ້ອມທັງສົ່ງເສີມ ແລະ ສ້າງແຮງບັນດານໃຈໃຫ້ແກ່ຊາວໜຸ່ມ ໃນການມີສ່ວນຮ່ວມໃນການຜະລິດກະສິກຳ.

ຂ່າວ: ວສລ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới