Unitel News
Trang chủPolitics, Societyລາວ-ມຽນມາ ຮ່ວມມືແກ້ໄຂຫຼາຍບັນຫາກ່ຽວກັບປະກົດການຫຍໍ້ທໍ້ຕ່າງໆຕາມຊາຍແດນ

ລາວ-ມຽນມາ ຮ່ວມມືແກ້ໄຂຫຼາຍບັນຫາກ່ຽວກັບປະກົດການຫຍໍ້ທໍ້ຕ່າງໆຕາມຊາຍແດນ

-

ກອງປະຊຸມຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນເຂດ-ແຂວງ ຄັ້ງທີ 12 ຈັດຂຶ້ນໃນລະຫວ່າງວັນທີ 21-22 ພະຈິກ 2024 ຜ່ານມາທີ່ແຂວງທ່າຂີ້ເຫລັກ ປະເທດມຽນມາ ເພື່ອການແລກປ່ຽນຄວາມຄິດເຫັນ, ຂໍ້ມູນຂ່າວສານ ແລະ ປຶກສາຫາລືການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຮ່ວມກັນລະຫວ່າງສອງປະເທດ ລາວ-ມຽນມາ ໂດຍສະເພາະ ບັນຫາຢາເສບຕິດ, ໂດຍມີທ່ານພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງບໍ່ແກ້ວ ທັງເປັນຫົວໜ້າຄະນະກຳມະການຊາຍແດນ ລາວ-ມຽນມາ, ທ່ານ ພັນໂທ ຕ້ານລາຍວິນ ຮັກສາການຫົວໜ້າກອງບັນຊາການທະຫານ ແຂວງຂີ້ເຫລັກ ກອງທັບພາກສາມຫລ່ຽມ ປະເທດມຽນມາ ພ້ອມດ້ວຍຄະນະກຳມະການຊາຍແດນແຫ່ງຊາດ, ສອງກອງບັນຊາການທະຫານ-ຕຳຫຼວດບໍ່ແກ້ວ-ຫຼວງນ້ຳທາ ແລະ ພະແນກການທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

May be an image of 5 people and text

ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກຄະນະທັງສອງຝ່າຍ ໃນການຈັດຕັ້ງປະຕິບັດການປະສານງານທີ່ຜ່ານມາ, ຊຶ່ງໄລຍະຜ່ານມາ ທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມືລະຫວ່າງຊາດເປັນປະຈຳ ທັງໄດ້ມີການສະກັດກັ້ນ, ແກ້ໄຂຈັບກຸ່ມຜູ້ກະທຳຜິດຄ້າຂາຍຢາເສບຕິດ, ເຂົ້າ-ອອກເມືອງຜິດກົດໝາຍ, ການກໍ່ອາຊະຍາກຳຂ້າມຊາດ, ຄ້າມະນຸດໄດ້ຢ່າງຕໍ່ເນື່ອງ ເຮັດໃຫ້ບໍລິເວນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍດີ.

May be an image of 16 people and text

ກອງປະຊຸມຄັ້ງນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືວຽກງານ ພ້ອມທັງເປັນເອກະພາບກັນມີຫລາຍເນື້ອໃນ, ຫລາຍບັນຫາທີ່ສຳຄັນ ອັນເປັນການປະກອບສ່ວນສຳຄັນ ເຂົ້າໃນການແກ້ໄຂບັນຫາຕ່າງໆ ຕາມຊາຍແດນ ລາວ-ມຽນມາ ໃຫ້ດີຂຶ້ນ ຊຶ່ງເປັນຂີດໝາຍປະຫວັດສາດທີ່ສໍາຄັນອີກຄັ້ງໜຶ່ງ ສະແດງໃຫ້ເຫັນເຖິງນະໂຍບາຍຂອງລັດຖະບານ ແລະ ກອງທັບທັງສອງປະເທດ ລາວ-ມຽນມາ ໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕາມຊາຍແດນ ລາວ-ມຽນມາ

ຂ່າວ: ປະເທດລາວ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới