Unitel News
Trang chủPolitics, Societyລົດບັນທຸກແກ່ຫີນ-ຊາຍ ທີ່ເຮັດ ຫີນ,ດິນ,ຊາຍ ເຮ່ຍຕາມຫົນທາງ ເຮັດໃຫ້ຖະໜົນເປິເປື້ອນ ຈະຖືກເຈົ້າໜ້າທີ່ປັບໄໝ

ລົດບັນທຸກແກ່ຫີນ-ຊາຍ ທີ່ເຮັດ ຫີນ,ດິນ,ຊາຍ ເຮ່ຍຕາມຫົນທາງ ເຮັດໃຫ້ຖະໜົນເປິເປື້ອນ ຈະຖືກເຈົ້າໜ້າທີ່ປັບໄໝ

-

ເຈົ້າໜ້າທີ່ຈະປັບໄໝ ລົດບັນທຸກແກ່ຫີນ-ຊາຍ ທີ່ເຮັດ ຫີນ,ດິນ,ຊາຍ ເຮ່ຍຕາມຫົນທາງ ເຮັດໃຫ້ຖະໜົນເປິເປື້ອນ.

ພທ ຄຳພູ ສົມແພງພັນ ຮອງຫົວໜ້າພະແນກຕຳຫຼວດຈາລະຈອນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ອີງຕາມປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໃນນັ້ນບັນຫາອຸບັດຕິເຫດ, ການສັນຈອນແອອັດ, ບັນຫາລົດບັນທຸກແກ່ຫີນ-ຊາຍທີ່ບໍ່ປົກຜ້າບັດ ກໍເປັນບັນຫາໜຶ່ງໃນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນ ນວ.

ສະນັ້ນ, ພະແນກຕຳຫຼວດຈາລະຈອນ ສົມທົບກັບ ຈະລາຈອນ ເມືອງໄຊເສດຖາ ແກ້ໄຂບັນຫາ ລົດແກ່ຫີນ,ດິນ,ຊາຍ ບໍ່ປົກຜ້າບັດ ເຊິ່ງເຮັດໃຫ້ຫີນຊາຍ ແລະ ສິ່ງເປິເປື້ອນຕົກໃສ່ຖະໜົນຫົນທາງ ສ້າງສິ່ງເປິເປື້ອນ ແລະ ສົ່ງຜົນກະທົບຕໍ່ສຸຂະພາບໃຫ້ແກ່ຜູ້ສັນຈອນໄປມາຕາມທ້ອງຖະໜົນ ໂດຍສະເພາະລົດຈັກ ເຊິ່ງມີຄວາມສ່ຽງ ໃນການເກີອຸບັດຕິເຫດ, ໂດຍໃນທີ່ຜ່ານມາເຈົ້າໜ້າທີ່ກໍໄດ້ລົງສຶກສາອົບຮົມພາກສ່ວນກ່ຽວຂ້ອງແລ້ວ ແຕ່ຍັງບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ.

ສະນັ້ນ, ເຈົ້າໜ້າທີ່ຈະບໍ່ໄດ້ມີການສຶກສາອົບຮົມແລ້ວ ເຊິ່ງຈະໃຊ້ມາດຕະການຕາມດຳລັດ 568 ລົງວັນທີ 16 ກັນຍາ 2021 ໂດຍສະເພາະມາດຕະການຕໍ່ກັບຜູ້ລະເມີດກົດຈະລາຈອນ ມາດຕາ 43 ກ່ຽວກັບການແກ່ຫີນ-ຊາຍ ທີ່ບໍ່ປົກຜ້າບັດ ສ້າງສິ່ງເປິເປື້ອນໃສ່ຖະໜົນຫົນທາງ ຈະໄດ້ມີການກັກເອກະສານ ຫຼື ກັກໃບຂັບຂີ່ ແລະ ຈະໄດ້ເຊີນນັກຂັບຂີ່ ຫຼື ຜູ້ປະກອບການ ມາເຮັດບົດບັນທຶກ ສຶກສາອົບຮົມ ແລະ ປັບໄໝຕາມລະບຽບການໃນສະຖານຄວາມຜິດແຕ່ລະຄັ້ງ ຖ້າມີການລະເມີດຄັ້ງຕໍ່ໄປກໍຈະໄດ້ປະຕິບັດຕາມມາດຕາ 47 ຂອງດຳລັດ 568 ຈະຄູນສອງເທົ່າຄັ້ງທີສາມ ແລະ ຈະຄູນສາມເທົ່າຕາມດຳລັດໄດ້ກຳນົດໄວ້.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới