Unitel News
Trang chủPolitics, Societyສະກັດກັ້ນນາຍໜ້າຄ້າມະນຸດ ຢູ່ສະໜາມບິນສາກົນວັດໄຕ

ສະກັດກັ້ນນາຍໜ້າຄ້າມະນຸດ ຢູ່ສະໜາມບິນສາກົນວັດໄຕ

-

ໃນວັນທີ 13 ມັງກອນ 2025 ຜ່ານມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮັບແຈ້ງຈາກກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ດ່ານ ຕມ ສະໜາມບິນສາກົນວັດໄຕ ໄດ້ສະກັດກັ້ນ ແລະ ຊ່ວຍເຫຼືອ ຍິງສາວລາວ ຈຳນວນ 05 ຄົນ ຖືກສົງໄສຈະຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ພວມຈະເດີນທາງໄປຕ່າງປະເທດ.

ດັ່ງນັ້ນ, ທາງເຈົ້າໜ້າ ຈຶ່ງໄດ້ປະສານສົມທົບ ແລະ ນຳຕົວພວກກ່ຽວທັງ 05 ຄົນ ມາດຳເນີນການສືບສວນ-ສອບສວນ. ຜ່ານການສືບສວນ-ສອບສວນ ແລະ ສຳພາດເບື້ອງຕົ້ນ ສາມາດກຳນົດຕົວໄດ້ວ່າ ເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຈຳນວນ 03 ຄົນ ແລະ ຜູ້ຖືກຫາທີ່ເປັນນາຍໜ້າ ຈຳນວນ 02 ຄົນ, ປະຈຸບັນກຳລັງສືບຕໍ່ຂະຫຍາຍຜົນນຳເອົາກຸ່ມແກ້ງທີ່ຮ່ວມກັນກະທຳຜິດດັ່ງກ່າວມາດຳເນີນຄະດີຕາມກົດໝາຍ.

ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ຖ້າຫາກພົບເຫັນກໍລະນີທີ່ສົງໄສວ່າເປັນການຄ້າມະນຸດ ໃຫ້ແຈ້ງຂໍ້ມູນມາຫາເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີ ສາຍດ່ວນກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ 1300 ແລະ ເບີວອດແອັບ 020 22881300.

ແຫຼ່ງຂ່າວ: ຄວາມສະຫງົບ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới