Unitel News
Trang chủPolitics, Societyອົດສະຕຣາລີ ມອບປື້ມການຮຽນ-ການສອນ 7,740 ຫົວ-ປຶ້ມຄູ່ມືຄູ 1,530 ​ຫົວ ແກ່ໂຮງຮຽນທີ່ປະສົບໄພນໍ້າຖ້ວມທີ່ຫຼວງນໍ້າທາ

ອົດສະຕຣາລີ ມອບປື້ມການຮຽນ-ການສອນ 7,740 ຫົວ-ປຶ້ມຄູ່ມືຄູ 1,530 ​ຫົວ ແກ່ໂຮງຮຽນທີ່ປະສົບໄພນໍ້າຖ້ວມທີ່ຫຼວງນໍ້າທາ

-

ໃນວັນທີ 16 ຕຸລາ 2024 ທີ່ໂຮງພິມກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດຕາງໜ້າມອບຂອງທ່ານ ນາງ ເບັນນິຕ້າ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີຄົນໃໝ່ ແລະ ກ່າວຮັບໂດຍທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະນຳ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ສຳລານ ພັນຄະວົງ ໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ ແລະ ອຳນາດການປົກຄອງແຂວງ ໄດ້ເລັ່ງແກ້ໄຂຜົນກະທົບຫຼັງຈາກພະຍຸໄຕ້ຝຸ່ນ ຢາງິ, ອະນາໄມຂີ້ຕົມ ແລະ ສິ່ງເສດເຫຼືອ ແລະ ຮັບປະກັນຄວາມປອດໄພຂອງໂຮງຮຽນ ເພື່ອໃຫ້ນັກຮຽນສາມາດກັບມາຮຽນຄືນໄດ້. ແຕ່​ໄພ​ນ້ຳ​ຖ້ວມໄດ້​ເຮັດ​ໃຫ້​ປຶ້ມ ​ແລະ​ ເອກະສານ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ. ໃນປັດຈຸບັນ, ວຽກບູລິມະສິດ ແມ່ນການທົດແທນປື້ມແບບຮຽນ ເພື່ອໃຫ້ຫ້ອງຮຽນສາມາດສືບຕໍ່ໄດ້ໄວເທົ່າທີ່ຈະໄວໄດ້. ຂ້າພະ​ເຈົ້າຂໍ​ຂອບ​ໃຈ​ລັດຖະບານ​ອົດ​ສະ​ຕຣາ​ລີ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ແກ່​ຂະ​ແໜງ​ການ​ສຶກສາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ໄລຍະ​ວິ​ກິດ​ການ​ນີ້. ​ເຖິງ​ວ່າ​ຈະປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຈາກ​ໄພ​ທຳ​ມະ​ຊາດ​ກໍ່ຕາມ, ​ແຕ່​ການ​ສຶກສາຈຳເປັນ​ຕ້ອງໄດ້​ດຳ​ເນີນ​ຕໍ່ໄປ”.

ທ່ານ ນາງ ເບັນນິຕ້າ ຊໍາເມີວິວ ໄດ້ກ່າວວ່າ “ຂ້າພະເຈົ້າຮູ້ສຶກເປັນກຽດຫຼາຍທີ່ໄດ້ມາຮ່ວມງານໃນວັນນີ້ ໄດ້ເຫັນປຶ້ມຖືກຈັດພິມອອກ ແລະ ກະກຽມສົ່ງໄປແຂວງຫຼວງນ້ຳທາ ເພື່ອຮັບປະກັນໃຫ້ຄູສອນສາມາດສອນຫ້ອງຮຽນຂອງເຂົາເຈົ້າ ແລະ ນັກຮຽນສາມາດສືບຕໍ່ການຮຽນໄດ້ ເຖິງແມ່ນວ່າໃນຍາມວິກິດ ລັດຖະບານອົດສະຕຣາລີ ໄດ້ມີການຮ່ວມມືໄລຍະຍາວກັບລັດຖະບານ ສປປ ລາວ ເພື່ອຮັບປະກັນການສຶກສາຊັ້ນປະຖົມສຶກສາທີ່ມີຄຸນນະພາບໃຫ້ສາມາດເຂົ້າເຖິງໄດ້ໂດຍນັກຮຽນທຸກຄົນ. ລັດຖະບານອົດສະຕຣາລີ ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການທົບທວນ, ຜະລິດ ແລະ ແຈກຢາຍສື່ການຮຽນສຳລັບທຸກຂັ້ນຮຽນຂອງໂຮງຮຽນຊັ້ນປະຖົມສຶກສາ. ໃນມື້ນີ້, ລັດຖະບານອົດສະຕຣາລີ ຈະຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໃນຄວາມພະຍາຍາມຟື້ນຟູ ແລະ ສະໜອງການສະໜັບສະໜູນພິເສດ ເພື່ອທົດແທນສື່ການຮຽນການສອນທີ່ເສຍຫາຍໃນເຂດທີ່ຖືກຜົນກະທົບ”.

ລັດຖະບານອົດ​ສະ​ຕຣາ​ລີ​ ໄດ້​ສະໜັບສະໜູນ​ການຈັດ​ຊື້​ປຶ້ມ​ແບບຮຽນ 7.740 ຫົວ ​ແລະ ປຶ້ມຄູ່ມືຄູ 1.530 ​ຫົວ ​ເປັນ​ມູນ​ຄ່າ​ລວມ 330.632.400 ​ກີບ (​ປະມານ 22.500 AUD). ວັດຖຸ​ອຸປະກອນ​ດັ່ງກ່າວ, ​ຈະ​ມອບ​ໃຫ້​ໂຮງຮຽນຊັ້ນ​ປະຖົມ​ສຶກສາໃນ​ເມືອງຫຼວງ​ນ້ຳທາ, ນາ​ແລ ​ແລະ ​ເມືອງ​ສິງ. ວິຊາທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ປະກອບມີ ວິຊາພາສາລາວ, ຄຸນສົມບັດ, ວິທະຍາສາດ ແລະ ສິ່ງແວດລ້ອມ, ພາສາອັງກິດ, ການສຶກສາສັງຄົມ (ໂລກອ້ອມຕົວເຮົາ), ສິລະປະ ແລະ ຫັດຖະກຳ, ດົນຕີ ແລະ ພະລະສຶກສາ ສຳລັບຊັ້ນປະຖົມທັງໝົດ.

ຂ່າວ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới