Unitel News
Trang chủPolitics, Societyຮອງປະທານປະເທດ ຕ້ອນຮັບທູດຕວັກກີ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດຕວັກກີ ເຂົ້າຢ້ຽມອຳລາ

-

ໃນວັນທີ 7 ມັງກອນ 2025 ທີ່ຫໍຄໍາ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂອຮານ ໄອຊິກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຕວັກກີ ປະຈໍາ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ການທູດປະຈຳ ສປປ ລາວ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ໂອຮານ ໄອຊິກ ທີ່ສຳເລັດໃນການປະຕິບັດໜ້າທີ່ການເປັນ ເອກອັກຄະລັດຖະທູດ ປະຈຳ ສປປ ລາວຄັ້ງນີ້, ຕະຫລອດການປະຕິບັດໜ້າທີ່ຢູ່ ສປປ ລາວ, ທ່ານທູດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຕວັກກີ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

ສປປ ລາວ ແລະ ສ ຕວັກກີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 26 ມິຖຸນາ 1958 (ມາເຖິງປັດຈຸບັນ ຄົບຮອບ 66 ປີ), ທັງສອງປະເທດ ໄດ້ຮັກສາການພົວພັນທີ່ດີນຳກັນຕະຫລອດມາ ຊຶ່ງສະແດງອອກໃນການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ການນຳຂັ້ນສູງຂອງທັງສອງປະເທດ ກໍໄດ້ມີການຕິດຕໍ່ພົວພັນ ເຊິ່ງກັນ ແລະ ກັນ ໂດຍແລກປ່ຽນສານອວຍພອນ ແລະ ສານຊົມເຊີຍ ໃນໂອກາດວັນສໍາຄັນຕ່າງໆຢ່າງເປັນປົກກະຕິ. ປີ 2023 ເປັນປີທຳອິດ ທີ່ທັງສອງປະເທດລາວ ແລະ ຕວັກກີ ມີການແລກປ່ຽນສານອວຍພອນສ້າງຕັ້ງສາຍພົວພັນການທູດນຳກັນ ໃນຂັ້ນລັດຖະມົນຕີຕ່າງປະເທດ.

ແຫຼ່ງຂ່າວ: ປະເທດລາວ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới