Unitel News
Trang chủPolitics, Societyເປີດດ່ານປ່າຮ່າງ-ລ່ອງເຊີບ ເປັນດ່ານສາກົນຢ່າງເປັນທາງການ

ເປີດດ່ານປ່າຮ່າງ-ລ່ອງເຊີບ ເປັນດ່ານສາກົນຢ່າງເປັນທາງການ

-

ເປີດດ່ານປ່າຮ່າງ ເມືອງສົບເບົາ ແຂວງຫົວພັນ ແລະ ດ່ານລ່ອງເຊີບ ເມືອງມົກເຈົາ ແຂວງເຊີນລາ ສສ ຫວຽດນາມ ເປັນດ່ານສາກົນຢ່າງເປັນທາງການ ໃນວັນທີ 19 ພະຈິກ 2024 ຜ່ານມາ, ໂດຍເຂົ້າຮ່ວມພິທີເປີດຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ຫວຽນ ມິງ ວູ້ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນປະທານຄະນະກຳມະການຊາຍແດນແຫ່ງຊາດ ຫວຽດນາມ ພ້ອມດ້ວພາກສ່ວນກ່ຽນຂ້ອງເຂົ້າຮ່ວມ.

ການເປີດດ່ານປ່າຮ່າງ-ລ່ອງເຊີບ ເປັນດ່ານສາກົນໃນຄັ້ງນີ້ ຈະເປັນການສ້າງສາຍພົວພັນມິດຕະພາບທີ່ດີ ລະຫວ່າງດ່ານປ່າຮ່າງ-ດ່ານລ້ອງເຊີບ ໂດຍສະເພາະ ສອງປະເທດລາວ-ຫວຽດນາມ ກໍຄືປະຊາຊົນສອງຟາກຊາຍແດນ ທັງເປັນການອຳນວຍຄວາມສະດວກ ໃນການບໍລິການ, ການຊຸກຍູ້ສົ່ງເສີມການແລກປ່ຽນຊື້-ຂາຍສິນຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງສອງປະເທດລາວ-ຫວຽດນາມ, ໂດຍສະເພາະ ແຂວງຫົວພັນ-ເຊິນລາ ໃຫ້ມີການຂະຫຍາຍຕົວ.

ພ້ອມກັນນັ້ນ ຍັງເປັນການສ້າງສິ່ງອຳນວຍຄວາມສະດວກ ແກ່ພົນລະເມືອງລາວ, ຫວຽດນາມ ແລະ ພົນລະເມືອງປະເທດທີສາມ ສາມາດເດີນທາງເຂົ້າ-ອອກ ຜ່ານດ່ານສາກົນປ່າຮ່າງ-ດ່ານສາກົນລ້ອງເຊີບ ໄດ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ ຂອງສອງປະເທດ, ຊຶ່ງຈະເຮັດໃຫ້ປະຊາຊົນສອງແຂວງຫົວພັນ-ເຊີນລາ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ມີການໄປ-ມາຫາສູ່, ຢ້ຽມຢາມຖາມຂ່າວຖານບ້ານໃກ້ເຮືອນຄຽງ ສະດວກສະບາຍອີກ.

ແຫຼ່ງຂ່າວ: ປກສ ແຂວງຫົວພັນ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới