Unitel News
Trang chủPolitics, Societyເສຍຊີວິດກໍລະນີທີ 5 ຈາກການດື່ມເຄື່ອງດື່ມທີ່ປະສົມສານປົນເປື້ອນທີ່ວັງວຽງ

ເສຍຊີວິດກໍລະນີທີ 5 ຈາກການດື່ມເຄື່ອງດື່ມທີ່ປະສົມສານປົນເປື້ອນທີ່ວັງວຽງ

-

ຈາກກໍລະນີທີ່ສັງຄົມໃຫ້ການຕິດຕາມຢ່າງໃກ້ຊິດກ່ຽວກັບນັກທ່ອງທ່ຽວກຸ່ມໜຶ່ງມາທ່ຽວໃນເມືອງວັງວຽງ, ແຂວງວຽງຈັນ, ສປປ ລາວ ແລ້ວໄດ້ເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າທີ່ຄາດວ່າມີສານປົນເປື້ອນ ໃນວັນທີ 18 ພະຈິກ 2024 ທີ່ຜ່ານມາ.

ລາຍງານຈາກ ABC News ອົດສະຕາລີ ຫຼ້າສຸດ, ມີຜູ້ເສຍຊິວິດເພີ່ມ 1 ຄົນ ເປັນຄົນອັງກິດ ເພດຍິງ ອາຍຸ 28 ປີ ໂດຍການຢືນຢັນຈາກສຳນັກງານຕ່າງປະເທດຂອງອັງກິດ ລວມເປັນ 5 ຄົນ. ທັງໝົດແມ່ນໃຫ້ຮູ້ວ່າກ່ຽວຂ້ອງກັບການດື່ມເຄື່ອງດື່ມທີ່ມີສານປົນເປື້ອນ methanol.

ກໍລະນີກ່ອນໜ້ານີ້ແມ່ນຄົນອາເມລິກາ 1 ຄົນ, ຄົນເດັນມາກ 2 ຄົນ ແລະ 1 ຄົນເປັນຄົນອົດສາລີ ທີ່ໄປຮັກສາຢູ່ທີ່ໂຮງໝໍໃນໄທ ກໍໄດ້ເສຍຊີວິດລົງໃນຕອນເຊົ້າມື້ນີ້ ວັນທີ 21 ພະຈິກ 2024 ເຊິ່ງທາງຄອບຄົວໄດ້ອອກມແຈ້ງຂ່າວ. ສ່ວນໝູ່ອີກ 1 ຄົນ ຍັງຮັກສາໂຕ ແລະ ໄດ້ຮັບການເບິ່ງແຍງຢ່າງໃກ້ຊິດຈາກທ່ານໝໍ.

ທັງນີ້, ທາງເຈົ້າໜ້າທີ່ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງໃນເມືອງວັງວຽງ ແລະ ນະຄອນຫຼວງວຽງຈັນ ກໍໄດ້ເຂົ້າກວດກາຈຸດເກີດເຫດ ພ້ອມສືບສວນສອບສວນເລື່ອງນີ້ຕໍ່ໄປ.

ປັດຈຸບັນ, ສັງຄົມຍັງລໍຖ້າຄຳຕອບຈາກຂໍ້ສົງໄສຂອງພວກເຂົາ ບໍ່ວ່າຈະເປັນ ເລື່ອງນີ້ເກີດຂຶ້ນຢູ່ສະຖານທີ່ໃດກັນແທ້ໃນເມືອງວັງວຽງ, ເຄື່ອງດື່ມທີ່ນັກທ່ອງທ່ຽວກິນແມ່ນເອົາມາແຕ່ໃສ, ໃຜເອົາມາ, ກ່ອນເກີດເຫດພວກເຮົາເຮັດຫຍັງຢູ່.

 

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới