Unitel News
Trang chủPolitics, Societyແຂວງວຽງຈັນ ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ 163 ຄົນ

ແຂວງວຽງຈັນ ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ 163 ຄົນ

-

ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ 2024 ຄົບຮອບ 49 ປີ ປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ແກ່ນັກໂທດທົ່ວປະເທດ ມາໃນວັນທີ 20 ທັນວາ 2024 ນີ້ ແຂວງວຽງຈັນ ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ໄດ້ຈັດພິທີ ອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈໍາປີ 2024 ຈໍານວນ 163 ຄົນ.

อาจเป็นรูปภาพของ 6 คน, แท่นบรรยาย และ ข้อความ

อาจเป็นรูปภาพของ 2 คน และ ข้อความ

ແຂວງວຽງຈັນ ແມ່ນໄດ້ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ຂອງຄະນະກຳມະການອະໄພຍະໂທດໄປຕາມຂັ້ນຕອນ ລະບຽບການທີ່ກຳນົດໄວ້ ເຮັດວຽກເປັນໝູ່ຄະນະ ໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ມີຄວາມຮັບປະກັນ ຖືກຕ້ອງ, ຍຸຕິທຳ, ໂປ່ງໃສ ແລະ ທັນກັບເວລາ ສະເພາະແຂວງວຽງຈັນ ທີ່ໄດ້ຮັບສະເໜີໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ມີ 121 ຄົນ, ຍິງ 6 ຄົນ, ນັກໂທດທີ່ໄດ້ຮັບສະເໜີໃຫ້ອະໄພຍະໂທດປ່ອຍຕົວ 42 ຄົນ, ຍິງ 1 ຄົນ. ສະນັ້ນ, ໃຫ້ກຽດມອບໃບຢັ້ງຢືນອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວ ນັກໂທດຄັ້ງນີ້ ໂດຍທ່ານ ດາວເຮືອງ ນັນວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ, ທັງເປັນປະທານຄະນະກໍາມະການອະໄພຍະໂທດແຂວງວຽງຈັນ.

ຂ່າວ: Viengchan Police news

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới