HomeThời sựແຂວງສະຫວັນນະເຂດ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ

ແຂວງສະຫວັນນະເຂດ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ

-

ຕອນເຊົ້າຂອງວັນທີ 5 ມີນາ 2025, ແຂວງສະຫວັນນະເຂດ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ (ວັນທີ 8 ມີນາ 1910 ຫາ 8 ມີນາ 2025), ທີ່ຫ້ອງວ່າການແຂວງສະຫວັນນະເຂດ. ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍພະນັກ ງານອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ນາງ ຫຼິງທອງ ແສງຕາວັນ, ຮອງເຈົ້າແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນວ່າ: ວັນແມ່ຍິງສາກົນ ວັນທີ 8 ມີນາ ແມ່ນເຫດການການເມືອງທີ່ສໍາຄັນ ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວ ໂລກ, ພ້ອມທັງຮຽກຮ້ອງມາຍັງການຈັດຕັ້ງທຸກຂັ້ນຈົ່ງຮ່ວມແຮງຮ່ວມໃຈກັນຮັກສາຄວາມສາມັກຄີປອງດອງໃຫ້ເປັນປຶກແຜ່ນ ສ້າງທຸກເງື່ອນໄຂ ໃຫ້ເອື້ອຍນ້ອງແມ່ຍິງໄດ້ເຂົ້າຮ່ວມທຸກຂະບວນການ, ເຮັດໃຫ້ເອື້ອຍນ້ອງແມ່ຍິງມີຄວາມສະເໝີພາບ ແລະ ມີຄວາມກ້າວໜ້າເທົ່າທຽມກັບເພດຊາຍເທື່ອລະກ້າວ.

ພາຍຫຼັງ ຂະບວນຍ່າງເພື່ອສຸຂະພາບໄປຕາມເສັ້ນທາງທີ່ກໍານົດແລ້ວ ສະມາຊິກເອື້ອຍນ້ອງແມ່ຍິງ ແລະ ພາກສ່ວນຕ່າງໆ ທີ່ເຂົ້າຮ່ວມຍັງໄດ້ຮ່ວມກັນເຕັ້ນແອໂລບິກ ຕື່ມອີກ.

ທີ່ມາ: ສະຫວັນພັດທະນາຂ່າວ

TIN TỨC LIÊN QUAN

LEAVE A REPLY

Please enter your comment!
Please enter your name here

Tin tức mới