Unitel News
Trang chủPolitics, Societyແຂວງເຊກອງງອອກແຈ້ງການວ່າດ້ວຍໃຫ້ຢຸດຕິຊົ່ວຄາວການຂົນສົ່ງແຮ່ບົກຊິດຜ່ານເສັ້ນທາງ 16B

ແຂວງເຊກອງງອອກແຈ້ງການວ່າດ້ວຍໃຫ້ຢຸດຕິຊົ່ວຄາວການຂົນສົ່ງແຮ່ບົກຊິດຜ່ານເສັ້ນທາງ 16B

-

ແຂວງເຊກອງງອອກແຈ້ງການວ່າດ້ວຍໃຫ້ຢຸດຕິຊົ່ວຄາວການຂົນສົ່ງແຮ່ບົກຊິດຜ່ານເສັ້ນທາງ 16B ແຕ່ເຂດບ້ານດາກເຕີຣບ ເມືອງດາກຈຶງ ແຂວງເຊກອງ ຫາ ຊາຍແດນລາວ-ຫວຽດນາມ (ດ່ານສາກົນດາກຕະອອກ-ນາມຢາງ)

1. ໃຫ້ບໍລິສັດສະຫະລາວບໍລິການພັດທະນາແຮ່ທາດ ຢຸດຕິຊົ່ວຄາວການຂົນສົ່ງແຮ່ບົກຊີດ ຜ່ານທາງເລກທີ 16B ແຕ່ 3 ແຍກບ້ານດາກເຕີຣບ ເມືອງດາກຈຶງ ແຂວງເຊກອງ ຫາ ຊາຍແດນ ລາວ-ຫວຽດນາມ (ດ່ານສາກົນດາກ ຕະອອກ-ນາມຢາງ) ນັບແຕ່ວັນທີ 19 ພະຈິກ (11) ປີ 2024 ເປັນຕົ້ນໄປ, ເພື່ອສ້າງເງື່ອນໄຂເອື້ອອໍານວຍຄວາມ ສະດວກໃຫ້ແກ່ການສັນຈອນໄປມາຂອງທົ່ວສັງຄົມ ມີຄວາມສະດວກປອດໄພ ແລະ ເພື່ອປະຊຸມປຶກສາຫາລືເປັນເອກກະພາບ ກ່ຽວກັບການຄຸ້ມຄອງການຂົນ ສົ່ງແຮ່ບົກຊິດ, ການສ້ອມແປງ-ບໍາລຸງຮັກສາເສັ້ນທາງເລກທີ 16B ທີ່ເປເພຮຸນ ແຮງຈາກຜົນກະທົບຂອງການຂົນສົ່ງແຮ່ປົກຊິດເບື້ອງແຂວງອັດຕະປື ຜ່ານເຂດແດນຂອງແຂວງເຊກອງ.

2. ມອບໃຫ້ຫົວຫນ້າຄຸ້ມຄອງດ່ານ, ເຈົ້າຫນ້າທີ່ ຕມ, ພາສີ ປະຈໍາດ່ານສາກົນດາກຕະອອກ-ນາມຢາງ ເບື້ອງລາວ ແລະ ເບື້ອງຫວຽດນາມ ແຈ້ງໃຫ້ບໍລິສັດຂົນສົ່ງ, ບໍລິສັດສະຫະລາວບໍລິການພັດທະນາແຮ່ທາດ ຮັບຊາບດ່ວນ ຕາມກໍານົດເວລາທີ່ໄດ້ກໍານົດໃວ້ຂ້າງເທີງນັ້ນ.

3. ມອບໃຫ້ພະແນກ ຍທຂ ແຂວງ, ພະແນກແຜນການ-ການລົງທຶນແຂວງ, ພະແນກພະລັງງານ-ບໍ່ແຮ່ແຂວງ, ກອງບັນຊາການ ປກສ ແຂວງ, ອົງການປົກຄອງເມືອງດາກຈຶງ, ບໍລິສັດສະຫະລາວບໍລິການພັດທະນາແຮ່ທາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້, ພ້ອມກັນຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ, ພ້ອມທັງຮຽກເຊີນບໍລິສັດສະ ຫະລາວບໍລິການພັດທະນາແຮ່ທາດ ແລະ ບໍລິສັດທີ່ກ່ຽວຂ້ອງ ມາປະຊຸມປຶກສາຫາລື-ທໍາຄວາມເຂົ້າໃຈເປັນເອກະພາບ.

4. ມອບໃຫ້ກອງບັນຊການ ປກສ ແຂວງ ສົມທົບກັບພາກສ່ວນກ່ຽວຂ້ອງ ເປັນເຈົ້າການຄວບຄຸມ, ຄຸ້ມຄອງ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ.

5. ຜ່ານການຈັດຕັ້ງປະຕິບັດຕົວຈິງ ຂອງພະແນກການ, ຂະແຫນງການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ຫາກ ມີຄວາມຫຍຸ້ງຍາກ ແມ່ນໃຫ້ລາຍງານການນໍາແຂວງຮັບຊາບ ເພື່ອຊີ້ນໍາໃຫ້ທັນການ.

6. ຄໍາສັ່ງສະບັບນີ້ ມີຜົນສັກສິດບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới