Unitel News
Trang chủPolitics, Society8 ຫົວຂໍ້ສຳຄັນ ຫຼັງຈາກ ໂດໂນ ທຣຳ ຫວນຄືນຕຳແໜ່ງປະທານາທິບໍດີສະຫະລັດ ຄົນທີ 47

8 ຫົວຂໍ້ສຳຄັນ ຫຼັງຈາກ ໂດໂນ ທຣຳ ຫວນຄືນຕຳແໜ່ງປະທານາທິບໍດີສະຫະລັດ ຄົນທີ 47

-

ໂດໂນ ທຣຳ ສາບານຕົນຮັບຕຳແໜ່ງປະທານາທິບໍດີຄົນທີ 47 ຂອງສະຫະລັດຢ່າງເປັນທາງການແລ້ວໃນວັນທີ 20 ມັງກອນ 2025 ຜ່ານມາ ພ້ອມກ່າວຄຳປາໄສປະກາດວ່າ ຍຸກທອງຂອງອາເມຣິກາເລີ່ມຂຶ້ນແລ້ວ.

ຫຼັງຈາກພິທີສາບານຕົນເຂົ້າຮັບຕຳແໜ່ງ ໂດໂນ ທຣຳ ກໍໄດ້ລົງນາມເຊັນເອກະສານຕ່າງໆໄປຫຼາຍສະບັບ ເຊິ່ງໃນນັ້ນກໍມີ 8 ຫົວຂໍ້ສຳຄັນຄື:

    1. ອອກຈາກອົງການອະນາໄມໂລກ (WHO) : ໂດໂນ ທຣຳ ໄດ້ວິຈານການເຮັດວຽກຂອງ WHO ແລະ ເຄີຍປະກາດຖອນຕໂຕມາແລ້ວຈາກການລະບາດຂອງພະຍາດໂຄວິດ-19 ທີ່ຍັງແຜ່ກະຈາຍຢູ່ ຈຶ່ງເຫັນວ່າອົງການອະນາໄມໂລກມີການຈັດການທີ່ຫຼົ້ມເຫຼວ ນອກຈາກນັ້ນຍັງຮຽກຮ້ອງເງິນຊົດເຊີຍຕໍ່ WHO ອີກດ້ວຍ.
    2. ອອກຈາກຂໍ້ຕົກລົງຂອງປາຮີ: ນີ້ບໍ່ແມ່ນຄັ້ງທຳອິດທີ່ ໂດໂນ ທຣຳ ອອກຈາກຂໍ້ຕົກລົງປາຮີວ່າດ້ວຍການປ່ຽນແປງສະພາບອາກາດ ເພາະເຄີຍຕັດສິນໃຈອອກມາແລ້ວໃນສະໄໝທຳອິດ ແລ້ວ ໂຈ ໄບເດັນ ກໍກັບເຂົ້າມາ, ແລ້ວ ໂດໂນ ທຣຳ ກໍຈະເອົາອອກອີກ ໂດຍຂໍ້ຕົກລົງນີ້ ວ່າດ້ວຍການຫຼຸດຜ່ອນການປ່ອຍກ້າດເຮືອນແກ້ວ ແລະ ການໃຫ້ຄຳໝັ້ນເລື່ອງການຄວບຄຸມອຸນຫະພູມໂລກ.
    3. ອະໄພຍະໂທດ 1,500 ຄົນ ທີ່ໂຈມຕີອາຄານລັດທະສະພາ ໃນປີ 2021: ຈາກເຫດການໃນວັນທີ 6 ມັງກອນ 2021 ທີ່ມີຜູ້ຊຸມນຸມກໍ່ເຫດບຸກອາຄານລັດຖະສະພາ ເຊິ່ງໄອຍະການຕັ້ງຂໍ້ສົງໃສກວ່າ 1,850 ຄົນ ແລະ ຕັດສິນຄະດີແລ້ວ 1,270 ຄົນ.
    4. ຢຸດຈ້າງງານໃນລັດຖະບານກາງ: ໂດໂນ ທຣຳ ໄດ້ມີຄຳສັ່ງຢຸດຈ້າງງານຕຳແໜ່ງຕ່າງໆ ໃນລັດຖະບານກາງ ຍົກເວັ້ນແຕ່ຝ່າຍກ່ຽວຂ້ອງກັບການບັງຄັບໃຊ້ກົດໝາຍກວດກາຄົນເຂົ້າເມືອງ ຄວາມໝັ້ນຄົງ ແລະ ຄວາມປອດໄພສາທາລະນະ.
    5. ເລື່ອນການແບນຕິກຕ໋ອກ: ຫຼັງຈາກຕິກຕ໋ອກໄດ້ມີການປິດໃຊ້ງານໃນວັນທີ 19 ມັງກອນ 2025 ໃນຂະນະທີ່ ໂດໂນ ທຣຳ ຂຶ້ນເປັນປະທານາທິບໍດີ, ຕິກຕ໋ອກ ກໍກັບມາໃຊ້ໄດ້ເປັນປົກກະຕິຕາມຄຳສັ່ງຂອງ ທຣຳ ທີ່ຂະຫຍາຍເວລາໃຫ້ບໍລິສັດແມ່ ຕິກຕ໋ອກ ໃຫ້ຫາເຈົ້າຂອງໃໝ່ໃນສະຫະລັດໃຫ້ໄດ້ພາຍໃນ 75 ມື້ ຖ້າບໍ່ໄດ້ກໍຈະຖືກແບນແບບເກົ່າ.
    6. ດຳເນີນການເນລະເທດຜູ້ອົບພະຍົບ: ທຣຳ ໄດ້ປະກາດພາວະສຸກເສີນບໍລິເວນພົມແດນສະຫະລັດ-ແມັກຊິໂກ ນອກຈາກນັ້ນ ຍັງມີການລົງນາມຍົກເລີກການໃຫ້ສັນຊາດ ອາເມຣິກາໂດຍອັດຕະໂນມັດ ກັບລູກຜູ້ອົບພະຍົບແບບຜິດກົດໝາຍ ທີ່ເກີດໃນສະຫະລັດ.
    7. ຍົກເລີກການລະບຸເພດອື່ນໆ ນອກຈາກຊາຍ ແລະ ຍິງ: ທຣຳ ລົງນາມໃນຄຳສັ່ງທີ່ໃຫ້ໜ່ວຍງານຂອງລັດຖະບານກາງ ຢຸດສົ່ງເສີມເລື່ອງອຸດົມການທາງເພດ ແລະ ກຳນົດໃຫ້ບາງໜ່ວຍງານ ເຮັດວຽກໂດຍຍອມຮັບສະເພາະເພດ ຊາຍ ແລະ ຍິງ ເທົ່ານັ້ນ.
    8. ປ່ຽນຊື່ອ່າວແມັກຊິໂກ ເປັນ ອ່າວອາເມຣິກາ: ນີ້ຍັງເປັນອີກໜຶ່ງຄວາມພະຍາຍາມທີ່ສະທ້ອນໃຫ້ເຫັນວ່າ ທຣຳ ຈະເອົາອາເມຣິກາ ເປັນສູນກາງໂດຍແທ້ ນອກຈາກນີ້ຍັງໄດ້ປ່ຽນຊື່ຍອດພູເຂົາ ເດນາລີ ໃນລັດອະລາສະກາ ເຊິ່ງເປັນຍອດເຂົາທີ່ສູງສຸດໃນປະເທດ ກັບມາເປັນຊື່ຍອດພູເຂົາ ແມັກຄີນລີ ເພື່ອໃຫ້ຄົນລຸ້ນຕໍ່ໆໄປ ສະເຫຼີມສະຫຼອງມໍລະດົກຂອງວິລະບູລຸດອາເມຣິກາ.

ນີ້ຍັງເປັນສ່ວນໜຶ່ງທີ່ໄດ້ລົງນາມເຊັນສັນຍາເທົ່ານັ້ນ, ຈຶ່ງເປັນທີ່ໜ້າຕິດຕາມວ່າຫຼັງຈາກນີ້ ອາເມຣິກາ ທີ່ຢູ່ໃນອຳນາດຂອງ ທຣຳ ຈະໄປໃນທິດທາງໃດ ແລ້ວຈະມີຜົນກັບເຮົາໜ້ອຍຫຼາຍປານໃດຫຼັງຈາກນີ້.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới