ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈໍາປາສັກ ໃຫ້ຮູ້ວ່າ: ການຈັດງານບຸນນະມັດສະການ ຜາສາດຫີນວັດພູຈຳປາສັກປະຈຳປີ 2025 ຈັດຂຶ້ນໃນວັນທີ 10 - 12 ກຸມພາ ນີ້, ໃນງານ ທ່ານຈະໄດ້ຊົມການສະແດງບົດຟ້ອນສິນລະປະພື້ນເມືອງ, ການສະແດງສິນລະປະຍ້ອນຍຸກ ທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ.
ພ້ອມນີ້ ກໍຈະມີການວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດ໊ອບ), ການແຂ່ງຂັນກິລາພື້ນເມືອງຫຼາກຫຼາຍປະເພດ. ແຕ່ລະຄືນ ຍັງມີການສະແດງສິລະປະຂອງນ້ອງນັກຮຽນ ແລະ ຊົມການສະແດງໝໍລຳເລື່ອງ ທີ່ເປັນເອກະລັກ ຂອງຊາວແຂວງຈໍາປາສັກ. ໃນໄລຍະດຽວກັນ ກໍຈະມີງານບຸນກາເຟ ຢູ່ເມືອງປາກຊ່ອງ.
ສໍາລັບມື້ເປີດງານຢ່າງເປັນທາງການ ຈະຈັດຂຶ້ນໃນຕອນບ່າຍວັນທີ 10 ກຸມພາ ເຊິ່ງຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ, ມີການສະແດງບົດຟ້ອນສີລະປະ, ການສະແດງສິລະປະລະຄອນຍ້ອນຍຸກ. ຈາກນັ້ນ, ການນໍາແຂວງຈໍາປາສັກ ກໍຈະກ່າວເປີດງານຢ່າງເປັນທາງການ. ຕໍ່ມາກໍຈະມີການລັ່ນກອງໄຊ 9 ບາດ ເພື່ອເປັນນີມິດໝາຍອັນດີແກ່ການເປີດງານ. ພ້ອມນີ້ ກໍຈະມີການຈຸດພຸໄຟ ແສງ ສີ ສຽງ ທີ່ອະລັງການ ຕື່ມອີກ.
ວັນທີ 11 ກຸມພາ ກໍຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກ໋ອບຄົນຈົນ, ກິລາແລ່ນກະເປົ໋າ ແລະ ທ່ຽວງານບຸນຕາມອັດທະຍາໄສ.
ໃນວັນທີ 12 ກຸມພາ 2025 ຕອນເຊົ້າ, ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ. ຕອນແລງ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ. ໃນງານປີນີ້, ຍັງໄດ້ເຊື້ອເຊີນແຂກຈາກພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼາຍ ເປັນຕົ້ນບັນດາແຂວງຈາກ ສສ ຫວຽດນາມ, ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ ແລະ ບັນດາທ່ານເອກອັກຄະລັດຖະທູດຂອງຫຼາຍປະເທດທີ່ປະຈຳຢູ່ ສປປ ລາວ ເຂົ້າມາຮ່ວມງານ ເພື່ອເສີມຂະຫຍາຍມູນເຊື້ອ ປະຫວັດສາດ, ຮີດຄອງປະເພນີ ອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້ ພ້ອມທັງເປັນການດຶງດູດ ນັກທ່ອງທ່ຽວ.
ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່