ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະບໍລິຫານງານພັກເມືອງຊຳໃຕ້ ໄດ້ອັດລົງດ້ວຍຜົນສຳເລັດໃນວັນທີ 5 ມີນາ 2025 ພາຍຫຼັງທີ່ດຳເນີນມາເປັນເວລາ 1 ວັນເຄີ່ງ ຢູ່ສະໂມສອນໃຫຍ່ຂອງເມືອງຊຳໃຕ້, ໂດຍມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 161 ສະຫາຍ, ຍິງ 10 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1.934 ສະ ຫາຍ, ແຂກຖືກເຊີນ 52 ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ.
ກອງປະຊຸມໄດ້ລົງປະຊາມະຕິເປັນເອກະສັນ ຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຂອງເມືອງທັງ 2 ພາກ ທີ່ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ໃນ 5 ປີ ຜ່ານມາ. ພ້ອມນີ້, ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີນັບແຕ່ປີ 2025 ຮອດປີ 2029 ຕ້ອງສູ້ຊົນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງໃນລະດັບ 3.86% ຂຶ້ນໄປ, ຄາດວ່າໃນປີ 2029 ລວມຍອດລາຍຮັບຂອງເມືອງຈະໃຫ້ບັນລຸ 2.024 ຕື້ກີບ, ສະເລ່ຍຕໍ່ຄົນໃຫ້ໄດ້ 10ລ້ານກີບ/ຄົນ/ປີ, ໂຄງປະ ກອບເສດຖະກິດສະແດງອອກຄື: ຂະແໜງກະສິກໍາ-ປ່າໄມ້ກວມເອົາ 72,48 % ຂອງGDP, ຂະແໜງອຸດສະກໍາກວມເອົາ 13,23 % ຂອງ GDP, ຂະແໜງການບໍລິການກວມເອົາ 14,29 % ຂອງGDP.
ກອງປະຊຸມ ໄດ້ຟັງການລາຍງານ ແລະ ປະກອບຄຳເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ ເຊິ່ງແຕ່ລະພາກສ່ວນລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະ ພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຍີ່ງຂື້ນ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດ ເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ໂດຍເລືອກເອົາ ສະຫາຍ ທອງ ຄຸນທອນຮຸ່ງມີໄຊ ເປັນເລຂາພັກເມືອງ, ສະຫາຍ ເພັດໄຊ ວິໄລທອງ ແລະສະຫາຍ ໄມແກ້ວ ສຸກຄໍາມູນ ເປັນຮອງເລຂາພັກເມືອງ, ສະຫາຍ ມາລີ ຫອມແສນເມືອງ ເປັນປະທານກວດກາ, ສະຫາຍ ບຸນໄຊ ປ່າເຢັ້ງທໍ່ ແລະ ສະຫາຍ ສຸດທິສັກ ໄຊສົມພູ ເປັນຮອງປະ ທານກວດກາ.
ກອງປະຊຸມໃຫຍ່ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ຄໍາແພງ ໄຊສົມແພງ ກໍາ ມະການສູນກາງພັກເລຂາພັກແຂວງ, ເຈົ້າແຂວງຫົວພັນ. ສະຫາຍ ໄດ້ໃຫ້ທິດຊີ້ນຳວຽກງານຫຼາຍດ້ານ, ສະຫາຍ ຍັງໄດ້ຝາກຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງສະ ໄໝທີ XII ໃຫ້ຍາດໄດ້ຜົນງານ ແລະ ຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.