Unitel News
Trang chủThời sựອາຍຸຍືນຄາດຫວັງສະເລ່ຍຕໍ່ຄົນຂອງພົນລະເມືອງຈີນໃນປີ 2024 ສູງເຖິງ 79 ປີ

ອາຍຸຍືນຄາດຫວັງສະເລ່ຍຕໍ່ຄົນຂອງພົນລະເມືອງຈີນໃນປີ 2024 ສູງເຖິງ 79 ປີ

-

ວັນທີ 9 ມີນານີ້, ກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານເລີຍໄຫຊາວ ປະທານຄະນະກຳມະການສຸຂະພາບແຫ່ງຊາດຈີນໃຫ້ຮູ້ວ່າ:ໃນປີ 2024, ອາຍຸຍືນຄາດຫວັງສະເລ່ຍຂອງພົນລະເມືອງຈີນໄດ້ສູງເຖິງ 79 ປີ,ເພີ່ມຂຶ້ນ 0,4 ປີເມື່ອທຽບໃສ່ປີ 2023 ແລະບັນລຸເປົ້າໝາຍໄວກວ່າທີ່ກຳນົດໄວ້ໃນແຜນການ​ພັດທະນາ​ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14.

ອາຍຸຍືນຄາດຫວັງສະເລ່ຍຕໍ່ຄົນໃນປີ 2024 ໄດ້ເພີ່ມຂຶ້ນ 1,7 ປີເມື່ອທຽບໃສ່ປີ 2019, ເພິ່ມຂຶ້ນ 1,7 ປີພາຍໃນຮອບ 5 ປີ ສາມາດເວົ້າໄດ້ວ່າເປັນການປັບປຸງທີ່ດີຫຼາຍ.

ອາຍຸຍືນຄາດຫວັງສະເລ່ຍຕໍ່ຄົນຂອງພົນລະເມືອງຢູ່ນະຄອນ ຫຼວງປັກກິ່ງ,ນະຄອນທຽນສິນ,ນະຄອນຊຽງໄຮ້,ແຂວງຊ່ານຕົ່ງ, ແຂວງຈ່ຽງຊູ່,ແຂວງເຈີ້ຈ່ຽງ,ແຂວງກວາງຕຸ້ງ ແລະ ແຂວງໄຫຫຼຳຈີນໄດ້ສູງກວ່າ 80 ປີແລ້ວ.

May be an image of 1 person, newsroom and text that says '央视 新闻 雷海潮'

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới