ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄັ້ງທີ VII ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າ ຂອງວັນທີ 10 ມີນາ 2025ນີ້, ຢູ່ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ,
ໃນກອງປະຊຸມ, ພົຈວ ຄອນສະຫວັນ ສົມພາໄຊ ຄະນະ ພັກກະຊວງ, ຮອງເລຂາຄະນະພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານບົດລາຍງານການເມືອງ ແລະ ຜ່ານບົດສຳຫຼວດການນຳພາລວມ ຂອງຄະນະ ພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະໄໝທີ VI ເຊິ່ງໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ເປັນຕົ້ນແມ່ນບັນດາຜົນງານ-ດ້ານດີ ແລະ ຈຸດອ່ອນຂໍ້ຄົງຄ້າງ ພ້ອມທັງສາເຫດ ແລະ ບາງບັນຫາທີ່ເປັນບົດຮຽນໃນຕໍ່ໜ້າ, ຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະພັກກົມໃຫຍ່ການ ເມືອງ ປກສ ໄດ້ເປັນເຈົ້າການນໍາພາວຽກງານສຶກສາອົບຮົມການ ເມືອງ-ແນວຄິດ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ປັບປຸງກໍ່ສ້າງພັກ-ພະນັກງານ, ກໍ່ສ້າງກໍາລັງປ້ອງກັນຄວາມສະ ຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ, ມີຄວາມບາກບັ່ນພະຍາ ຍາມ ໃນການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໄດ້ມີຜົນສຳເລັດໃນຫຼາຍດ້ານ.
ກອງປະຊຸມໃຫຍ່ ໄດ້ເປັນເອກະພາບຮັບຮອງເອົາທິດທາງໜ້າທີ່, ຄາດໝາຍສູ້ຊົນ, ແຜນຍຸດທະສາດປັບປຸງກຳລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ມີແບບ ແຜນທັນສະໄໝ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ຜູ້ແທນກອງປະຊູມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກົມໃຫຍ່ການເມືອງປ້ອງກັນຄວາມສະ ຫງົບ ສະໄໝທີ VII ໃນນີ້, ມີຜູ້ສະໝັກ17 ສະຫາຍ ແລະ ເລືອກເອົາ 15 ສະຫາຍ ເພື່ອເປັນແກນນຳ ໃນການນຳພາທົ່ວອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຊຸດທີ VII ໄດ້ເລືອກເອົາ ພົຈວ ຄອນສະຫວັນ ສົມພາໄຊ ເປັນເລຂາຄະນະບໍລິຫານງານພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ພົຈວ ປອ ຫຸມພັນ ຜິວເຂັມພອນ ເປັນຮອງເລຂາ, ພົຈວ ຊາຍຄອງ ເພັດຊະວົງ ເປັນປະທານກວດກາ, ພັທ ພອນເພັດ ແສງສີລິຈັນ ແລະ ພັທ ຄອນສະຫວັນ ໄຊຍະວົງ ເປັນຮອງປະທານກວດກາ
ພັອ ເພີນຄໍາ ແສງດາລາ, ພັອ ປອ ວຽງໄຊ ທຳມະສິດ, ພັອ ບຸນມີ ມັກຄະວານ, ພັອ ຈັນທາ ວັນນະແສງ, ພັອ ນ. ຈັນເດືອນ ເທພະວົງ, ພັອ ວັນນະເລດ ບຸດຕະວົງ, ພັອ ພຽນສີ ແສງຄໍາຢອງ, ພັອ ສົມພອນ ແກ້ວພູທອນ, ພັອ ປອ ສົມພັນ ສີວົງໄຊ, ພັອ ສຸພັນທອງ ໄຄ້ຍະວົງ, ພັອ ປອ ລິນທອງ ແກ້ວປະພັນ ແລະ ພັອ ປອ ຄໍາຈັນ ສຸດທະສັກ ເປັນຄະນະພັກ: ພ້ອມນີ້ຍັງໄດ້ເລືອກເອົາ ພົຈວ ຄອນສະຫວັນ ສົມພາໄຊ, ພົຈວ ປອ ຫຸມພັນ ຜິວເຂັມພອນ, ພົຈວ ຊາຍຄອງ ເພັດຊະວົງ, ພັອ ເພີນຄໍາ ແສງດາລາ ແລະ ພັອ ປອ ວຽງໄຊ ທໍາມະສິດ ເປັນຄະນະປະຈໍາພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ.
ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນ ຄວາມສະຫງົບ ຈໍານວນ 24 ສະຫາຍ.
ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍສໍາຄັນ ໄດ້ຮັບຟັງການໂອ້ລົມຂອງ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ເຊິ່ງໄດ້ນຳເອົາບັນດາທັດສະນະຊີ້ນຳ ກໍຄືຈິດໃຈບຸກທະລຸໃນການສືບຕໍ່ປັບປຸງ ແລະ ກໍ່ສ້າງກຳລັງປ້ອງກັນຄວາມສະ ຫງົບ ເພື່ອເປັັນທິດໃນການຄົ້ນຄວ້າ ແລະ ນຳໄປຈັດຕັ້ງປະຕິ ບັດໃຫ້ເກີດໝາກເກີດຜົນຕົວຈິງ, ສ້າງກຳລັງປ້ອງກັນຄວາມສະ ຫງົບ ໃຫ້ເປັນກຳລັງທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຮັບໃຊ້ປະຊາຊົນ ຢ່າງສຸດໃຈ.