Unitel News
Trang chủPolitics, Societyທ່ານ ​ສີ​ຈິ້ນ​ຜິງ​ ເນັ້ນ​ໜັ​ກ​ໃຫ້​ແຂວງ​ຈ່ຽງ​ຊູ​ ຕ້ອງແບກ​ຫາບ​ໜ້າ​ທີ່ເປັນຂື່ຫຼັກ​ໃນພາລະກິດສຳ​ຄັນຂອງການພັດທະນາ ຢູ່ກອງ​ປະ​ຊຸມ​ສອ​ງ​ສະ​ພາເປັນປີທີ 3 ​ລຽນ​ຕິດ

ທ່ານ ​ສີ​ຈິ້ນ​ຜິງ​ ເນັ້ນ​ໜັ​ກ​ໃຫ້​ແຂວງ​ຈ່ຽງ​ຊູ​ ຕ້ອງແບກ​ຫາບ​ໜ້າ​ທີ່ເປັນຂື່ຫຼັກ​ໃນພາລະກິດສຳ​ຄັນຂອງການພັດທະນາ ຢູ່ກອງ​ປະ​ຊຸມ​ສອ​ງ​ສະ​ພາເປັນປີທີ 3 ​ລຽນ​ຕິດ

-

ວັນ​ທີ 5 ມີ​ນາ ​2025, ໃນ​ເວ​ລາ​ຮ່ວມ​ກັບ​ຄະ​ນະ​ຜູ້​ແທນ​ແຂວງ​ຈ່ຽງ​ຊູ​ ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປ​ະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14, ທ່ານ ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເນັ້ນ​ໜັກ​ວ່າ: “ເພື່ອບັນ​ລຸ​ຄາດ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ຕາມ​ແຜນ​ການ 5 ປີ​ ຄັ້ງ​ທີ 14​ ວາງ​ອອກ​​ຢ່າງ​ຈົບ​ງາມ​, ແຂວງ​ສຳ​ຄັນ​ດ້ານ​ເສດ​ຖະ​ກິດ ​ຕ້ອງແບກຫາບໜ້າທີ່ເປັນຂື່ຫຼັກ.

ເດືອນ​ມັງ​ກອນ ​ປີ 2023, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14 ຢູ່​ແຂວງ​ຈ່ຽງ​ຊູ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ. ໃນ​ກອງ​ປະ​ຊຸມ​ສ​ອງ​ສະ​ພາ​ຂອງ​ຈີນ​ໃນ​ສອງ​ປີ​ຜ່ານ​ມາ, ໂອກາດ​ທີ່​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ຂອງ​ຄ​ະ​ນະ​ຜູ້​ແທນ​ແຂວງ​ຈ່ຽງ​ຊູ, ທ່ານ ​ສີ​ຈິ້ນ​ຜິງ ​ລ້ວນ​ແຕ່​ໄດ້​ກ່າວ​ເຖິງ​ຄຳ​ວ່າ “ແບ​ກ​ຫາບ​ວຽກ​ງາ​ນ​ສຳ​ຄັນ​ເໝືອນກັບຂື່ຫຼັກ” ຫຼື​ພາ​ສາ​ຈີນ​ເວົ້າ​ວ່າ “ທ່ຽວ​ຕ້າ​ຫຼຽງ” ສະ​ນັ້ນ ຄຳ​ວ່າ “ທ່ຽວ​ຕ້າ​ຫຼຽງ” ໝາຍ ​ຄວາມ​ວ່າ​ແນວ​ໃດ? ເປັນ​ຫຍັງ​ ທ່ານ ​ສີ​ຈິ້ນ​ຜິງ ຈຶ່ງ​ກ່າວ​ເນັ້ນ​ໜັກ​ໃຫ້​ແຂວງ​ຈ່ຽງ​ຊູ​ມີ​ບົດ​ບາດສຳຄັນ​ທີ່​ວ່າ “ທ່ຽວ​ຕ້າ​ຫຼຽງ” ເຖິງ 3 ເທື່ອ?

“ທ່ຽວ​ຕ້າ​ຫຼຽງ” ເປັນ​ຄຳ​ສັບ​ທີ່​ມີ​ເຄົ້າ​ເດີມ​ມາ​ຈາກ​ຂະ​ແໜງ​ການ​ກໍ່​ສ້າງ, ເຊິ່ງ​ໝາຍ​ເຖິງ ຂື່​ຫຼັກເຮັດໜ້າທີ່​​ຄ້ຳ​ຊູ​ ແລະ​ຮອງ​ຮັບນ້ຳ​ໜັກ​ໃນ​ອາ​ຄານ. ຄຳ​ນີ້​ຖືກ​ນຳ​ໃຊ້​ໃນ​ຊີ​ວິດ​ສັງ​ຄົມ​ໃນ​ການ​ປຽບ​ທຽບ ​ການ​ແບກ​ຫາບ​ວຽກ​ງານ​ສຳ​ຄັນ​ທີ່​ມີ​ບົດ​ບາດເປັນ​ເສົາ​ຄ້ຳ.

ເວ​ລາ​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ຂອງ​ຄ​ະ​ນະ​ຜູ້​ແທນ​ແຂວງ​ຈ່ຽງ​ຊູ​ ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ 2024 ຜ່ານ​ມາ, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: “​ໃນ​ກອງ​ປະ​ຊຸມ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຫຼາຍ​ຄັ້ງ​ຜ່ານ​ມາ, ເມື່ອ​ເວົ້າ​ເຖິງການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຂ້າ​ພະ​ເຈົ້າລ້ວນ​ແຕ່​ໄດ້​ເວົ້າ​ເຖິງແຂວງ​ສຳ​ຄັນ​ດ້ານ​ເສດ​ຖະ​ກິດ​ເຊັ່ນ: ກວາງ​ຕຸ້ງ ແລະ ຈ່ຽງ​ຊູ ເປັນ​ຕົ້ນ, ຂ້າ​ພະ​ເຈົ້າ​ຄິດວ່າ ຖ້າ​ຫາກແຂວງ​ເຫຼົ່າ​ນີ້​​ບໍ່ແບກຫາບໜ້າທີ່ເປັນຂື່ຫຼັກ​, ຄວາມ​ທັນ​ສະ​ໄໝ​ຂອງ​ຊາດກໍ​ຈະ​ບໍ່​ສາ​ມາດ​ບັນ​ລຸຜົນ​ເປັນ​ຈິງ​ໄດ້. ແຂວງ​ເຫຼົ່າ​ນີ້​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ ແລະບໍ່ສາ​ມາດທົດ​ແທນໄດ້.”

ຕາມການ​ຄິດ​ໄລ່​ແລ້ວ, GDP ຂອງແຂວງ​ຈ່ຽງ​ຊູ​ໃນ​ປີ 2024 ​ບັນ​ລຸໄດ້ 13.700 ຕື້ຢວນ ຄອງ​ອັນ​ດັບ​ສອງ​ຂອງ​ທົ່ວ​ປະ​ເທດ​ຈີນ. ເມື່ອ​ຄິດ​ໄລ່​ຕາມ​ລາ​ຄາ​ຄົງ​ທີ່ແລ້ວ, GDP ຂອງແຂວງ​ຈ່ຽງ​ຊູ​ໃນ​ປີ 2024 ໄດ້​ເພີ່ມ​ຂຶ້ນ 5,8%​ເມື່ອ​ທຽບ​ໃສ່​ປີ2023, ​ປະ​ລິ​ມານ​ການ​ເຕີ​ບ​ໂຕຄອງ​ອັນ​ດັບ​ໜຶ່ງ​ຂອງ​ທົ່ວ​ປະ​ເທດ, ສົມ​ເປັນ​ແຂວ​ງ​ສຳ​ຄັນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ. ດັ່ງ​ນັ້ນ, ແຂວງ​ສຳ​ຄັນ​ດ້ານ​ເສດ​ຖະ​ກິດ​ຄວນແບກຫາບໜ້າທີ່ເປັນຂື່ຫຼັກຄື​ແນວ​ໃດ? ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຈ່ຽງ​ຊູ​ ໃນ​ກອງ​ປະ ​ຊຸ​ມ​ສອ​ງ​ສະ​ພາ​ປີ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ເຖິງ ​​ວຽກງານ 4​ ດ້ານ​ ທີ່ຄວນ​ສຸມ​ກຳ​ລັງ​ໃສ່ເພື່ອ​ແບກຫາບໜ້າທີ່ເປັນຂື່ຫຼັກ​ຄື:

ໜຶ່ງ​: ເປັນ​ຜູ້​ນຳ​ໜ້າກ່ອນ​ໝູ່​ໃນ​ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ ​ແລະ​ການ​ປະ​ດິ​ດ​ສ້າງ​ດ້ານ​ອຸດ​ສາ​ຫະ​ກຳ. ການ​ທີ່​ແຂວ​ງ​ສຳ​ຄັນ​ດ້ານ​ເສດ​ຖະ​ກິດ​ແບກຫາບໜ້າທີ່ເປັນຂື່ຫຼັກ​ນັ້ນ ແມ່ນ​ປັດ​ສະ​ຈາກ​ການ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່ບໍ່ໄດ້. ທ່ານ ​ສີ​ຈິ້ນ​ຜິງ ​ຊີ້​ໃຫ້​ເຫັນ​ວ່າ: ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ແລະການປະດິດສ້າງດ້ານອຸດສາຫະກຳ ເປັນ​ຊ່ອງ​ທາງ​ພື້ນ​ຖານ​ໃນ​ການ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່. ການ​ພັດ​ທະ​ນາ​ການ​ປະ​ດິດ​ສ້າງ​ດ້ານ​ອຸດ​ສາ​ຫະ​ກຳ​ ຕ້ອງ​ກຳ​ແໜ້ນ​​ພື້ນ​ຖານ​ອັນ​ໜຶ່ງ​ຄື ເສດ​ຖ​ະ​ກິດ​ຮູບ​ປະ​ທຳ​, ຍຶດ​ໝັ້ນ​ການ​ປັບ​ປຸງ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ​ແບບດັ້ງ​ເດີມ ໄປ​ຄຽງ​ຄູ່​ກັບ​ການ​ບຸກ​ເບີກຊ່ອງ​ທາງ​ການ​ແຂ່ງ​ຂັນ​ອັນ​ໃໝ່​ສຳ​ລັບ​ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່ ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ອຸດ​ສາ​ຫະ​ກຳ​ໃນ​ອະ​ນາ​ຄົດ.

ສອງ: ກ້າ​ແຂ່ງຂັນຍາດ​ຊີງຂຶ້ນ​ໜ້າ ​ໃນ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ຢ່າງ​ເລິກ​ເຊິ່ງ ​ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ. ເມື່ອ​ມີ​​ເສດ​ຖະ​ກິດ​ຂະ​ໜາດ​ໃຫຍ່, ການ​ພັດ​ທະ​ນາ​ກ້າວ​ໄປ​ຂ້າງ​ໜ້າ​ ກໍ​ຕ້ອງ​ການ​ແຮງ​ຂັບ​ເຄື່ອນ​ຫຼາຍຂຶ້ນກວ່າ​ເກົ່າ. ທ່​ານ ​ສີ​ຈິ້ນ​ຜິງ ​ຊີ້​ໃຫ້ຄວາມ​ເຫັນ​ວ່າ ແຂວງ​ຈ່ຽງ​ຊູ​ຕ້ອງ​ກ້າວ​ໄປ​ກ່ອນ​ ແລະ​ທົດ​ລອງ​ໄປ​ກ່ອນ, ພັດ​ທະ​ນາ​ທັງ​ພາຍ​ໃນ ​ແລະ​​ຮ່ວມ​ມື​ກັບຕ່າງ​ປະ​ເທດ​ໄປ​ພ້ອມ, ຜ່ານ​ຈາກ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເພື່ອ​ກຳ​ຈັດ​ອຸ​ປະ​ສັກ​ກີດ​ຂວາງ ແລະ​ເພີ່ມ​ແຮງ​ຂັບ​ເຄື່ອນ​ຢ່າງ​ບໍ່​ຢຸດ​ຢັ້ງ. ປີ 2024, ເສດ​ຖ​ະ​ກິດ​ພາກ​ເອ​ກະ​ຊົນ​​ແຂວງ​ຈ່ຽງ​ຊູ​ ໄດ້​ກວມເກືອບ 60% ຂອງ GDP ທົ່ວແຂວງ. ໃນເວລາເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູ ໃນກອງປະຊຸມສອງສະພາປີນີ້, ທ່ານ ​ສີ​ຈິ້ນ​ຜິງ​ ຍັງໄດ້ເນັ້ນ​ໜັກເປັນ​ພິ​ເສດ​ວ່າ ຕ້ອງ​ໃຫ້​ສິດ​ເທົ່າ​ທຽມ​ກັນຕໍ່​ວິ​ສາ​ຫະ​ກິດ​ກຳ​ມະ​ສິດ​ທຸກ​ປະ​ເພດ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ສາມ: ກ້າວ​ເດີນ​ຢູ່​ແຖວ​ໜ້າ​ໃນ​ການ​ຈັດ​ຕັ້​ງ​ປະ​ຕິ​ບັດ​ ຍຸດ​ທະ​ສາດ​ສຳ​ຄັນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຊາດ. ແຂວງ​ຈ່ຽງ​ຊູ​ຕັ້ງ​ຢູ່​​ເຂດສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຢາງ​ຊີ​ກ້ຽງ, ​ເຂດ​ຕໍ່​ແດນລະ​ຫວ່າງ​ແລວ​ເສດ​ຖ​ະ​ກິດ​ແມ່​ນ້ຳ​ຢາງ​ຊີ​ກ້ຽງ ແລະ​ຢູ່​ແຖວ​ໜ້າ​ແຫ່ງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ. ທ່ານ​ ສີ​ຈິ້ນ​ຜິງ ຊີ້​ອອກວ່າ: ແຂວງຈ່ຽງ​ຊູ​ຕ້ອງ​ເປັນ​ເຈົ້າ​ການ​ສ້າງ​ຜົນ​ງານ ແລະ​ປະ​ສານ​ສົມ​ທົບ​​ກັບ​ເຂດ​ແຄວ້ນ​ອື່ນ​ໆ ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ແຫ່ງ​ຊາດ​ເຊັ່ນ: ການ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຢາງ​ຊີ​ກ້ຽງ ແລະ ການ​ພັດ​ທະ​ນາ​ແລວ​ເສດ​ຖ​ະ​ກິດ​ແມ່​ນ້ຳ​ຢາງ​ຊີ​ກ້ຽງ​ເປັນ​ຕົ້ນ. ຕ້ອງ​ເພີ່ມ​ທະ​ວີ​ການ​ເຊືີ່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ຕ່າງໆ​ເຊັ່ນ: ​ຊຸກ​ຍູ້ການ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​​ກັບ​ປັກ​ກິ່ງ-ທຽນ​ສິນ- ​ເຫີ​ເປີຍ ​ທີ່​​ພາກ​ເໜືອ, ການ​ສ້າງ​ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາ​ກາວ​ ທີ່​ພາກ​ໃຕ້ ແລະ​ອື່ນໆ, ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢ່າງ​ເລິກ​ເຊິ່ງ, ຈັບ​ຄູ່​ຊ່ວຍ​ເຫຼືອ​ເຂດ​ດ້ອຍ​ພັດ​ທະ​ນາ​ເຊັ່ນ: ​ເຂດ​ປົກ​ຄອງ​ຕົນ​ເອງຊີ່​ຈ້​າງ ແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ້​ຊິນ​ຈ່ຽງ​ເປັນ​ຕົ້ນ​ ໃຫ້​ເກີດ​ປະ​ສິດ​ທິ​ຜົນ​ເປັນຢ່າງດີ.

ສີ່: ​ເສີມ​ຂະ​ຫຍາຍບົດ​ບາດເປ​ັນ​ແບບ​ຢ່າງ​ ​ໃນ​ການ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າບັນ​ລຸ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ. ທ່ານ ສີ​ຈິ້ນ​ຜິງ ​ຊີ້​ອອກວ່າ: ແຂວງ​ສຳ​ຄັນ​ດ້ານ​ເສດ​ຖະ​ກິດ ມີ​ການ​ພັດ​ທະ​ນາ​ໄວ​ກວ່າ​ເຂດ​ແຄວ້ນ​ອື່ນ, ຈຶ່ງ​ສົມ​ຄວນ​ຕັ້ງ​ໜ້າ​ຄົ້ນ​ຄວ້າ​ບົດ​ຮຽນ ​ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ແບບ​ຢ່າງ​ ໃນ​ການ​ຊຸກ​ຍູ້​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ​ບັນ​ລຸ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ. ສຳ​ລັບ​ວຽກ​ງານ​ດ້ານ​ຕ່າງໆ​ເຊັ່ນ ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຢ່າງ​ຮອບ​ດ້ານ, ການ​ພັດ​ທະ​ນາ​ຕົວ​ເມືອງ​ ແລະ​ຊົນ​ນະ​ບົດ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ, ເພີ່ມ​ທະ​ວີ​ການການ​ຈັດ​ສັນ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຂັ້ນ​ພື້ນ​ຖານ​ ໃນ​ເຂດ​ແຄວ້ນ​ຕ່າງໆໃຫ້ສະ​ໝ່ຳ​ສະ​ເໝີ ​ແລະ​ ​ເຂົ້າ​ເຖິງ​ປະ​ຊາ​ຊົນ​ໃຫ້​ຫຼາຍ​ຂຶ້ນກວ່າ​ເກົ່າ ເປັນ​ຕົ້ນ, ທ່ານ ​ສີ​ຈິ້ນ​ຜິງ​ ໄດ້​ຊີ້​ນຳ​ໃຫ້​ແຂວງຈ່ຽງ​ຊູ​ຕ້ອງ​ເອົາ​ໃຈ​ໃສ່​ເຮັດ​ວຽກ​ດ້ານ​ການ​ປະ​ກອບ​ອາ​ຊີບ ເຊິ່ງ​ເປັນ​ວຽກ​ງານສຳຄັນ​ຂັ້ນ​ພື້ນ​ຖານ​ທີ່​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັ້ນ​ ໃຫ້​ເກີດ​ປະ​ສິດ​ທິ​ຜົນ​ທີ່​ດີ.

ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຈ່ຽງ​ຊູ​ ໃນ​ກອງ​ປະ​ຊຸ​ສອງ​ສະ​ພາ 3 ຄັ້ງຜ່ານມາ, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້ເນັ້ນ​ໜັກ​ໃຫ້​ແຂວງສຳ​ຄັນ​ດ້ານ​ເສດ​ຖະ​ກິດ​ຕ້ອງ​ແບ​ກ​ຫາບ​ໜ້າ​ທີ່​ເປັນ​ຂື່​ຫຼັກ, ນີ້​ບໍ່​ພຽງ​ແຕ່​ເປັນ​ການ​ສະ​ເໜີ​ຂໍ້​ຮຽກ​ຮ້ອງ​​ສະ​ເພາະ​ແຕ່​ແຂວງ​ຈ່ຽງ​ຊູ​ເທົ່າ​ນັ້ນ ຍັງ​ເປັນການ​ຮຽກ​ຮ້ອງ​​ທີ່​ອີງ​ໃສ່​ສະ​ພາບ​ລວມ​ແຫ່ງ​ການ​ພັດ​ທະ​ນາ​ທົ່ວ​ປະ​ເທດ​ຈີນ​ນຳ​ອີກ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới