ວັນທີ 05 ມີນາ 2025 ນີ້, ກົມພັທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ເປີດການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດຢູ່ນະ ຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ນ. ແຊນນີ ແຄມເບວ, ຫົວໜ້າທະນາຄານພັດທະນາອາ ຊີ ປະຈໍາ ລາວ.
ການສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ ແມ່ນໂຄງການ ໜຶ່ງທີ່ມີຈຸດປະສົງ ແລະ ເປົ້າໝາຍ ເພື່ອສຸມໃສ່ແກ້ ໄຂຊີວິດການເປັນຢູ່ຂອງປະຊາຊົນ, ການປັບປຸງການຄໍ້າປະກັນດ້ານສະບຽງອາຫານ, ດ້ານໂພຊະນາການ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດໃນ ສປປ ລາວ. ໂຄງການຍັງມີການຂະຫຍາຍການຈັດຕັ້ງປະຕິບັດແຜນງານໃຫ້ເງິນອຸດໜູນແບບມີເງື່ອນໄຂ (CCT) ທີ່ກຳລັງດໍາເນີນການຢູ່ຂອງໂຄງ ການໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ໄລຍະ 2 (ລພຊ2) ເພື່ອມາ ສະໜັບສະໜູນໃຫ້ແມ່ຍິງຖືພາ ແລະ ເດັກ ນ້ອຍທີ່ມີອາຍຸຕໍ່າກວ່າ 02 ປີ (ຫຼື 1,000 ວັນ) ທີ່ນອນໃນຄອບຄົວທຸກຍາກ ຕາມການປະເມີນ ມາດຕະຖານຄວາມທຸກຍາກ ແລະ ການພັດທະນາ ໂດຍອີງໃສ່ ດຳລັດ 348/ລບ.
ໂຄງການສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ ໄດ້ຮັບທຶນກູ້ຢືມ ຈາກທະນາຄານພັດທະນາອາຊີ, ມີໄລຍະເວລາຈັດ ຕັ້ງປະຕິບັດ 05 ປີ (2025–2029), ງົບປະມານທັງໝົດ 32 ລ້ານໂດລາສາຫະລັດ, ຊຶ່ງຈັດຕັ້ງປະຕິບັດ ຢູ່ 04 ແຂວງ 16 ເມືອງ.
ຂ່າວ: ຂ່າວກະຊວງກະສິກໍາ ແລະ ປ່າໄມ້