Unitel News
Trang chủThời sựການບັນລຸເປົ້າໝາຍຕົ້ນຕໍ 2025 ຂອງຈີນມີການຮັບປະກັນ

ການບັນລຸເປົ້າໝາຍຕົ້ນຕໍ 2025 ຂອງຈີນມີການຮັບປະກັນ

-

ວັນທີ 5 ມີນານີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ລະບຸໃນບົດລາຍງານ ວຽກງານລັດຖະບານວ່າ: ໜຶ່ງ​ໃນຄາດໝາຍຕົ້ນຕໍດ້ານການພັດທະນາປີ 2025 ແມ່ນ: ລວມຍອດຜະລິດຕະພັນພາຍໃນຫຼື GDP ເພີ່ມຂຶ້ນປະມານ 5%.

ເປົ້​າ​ໝາຍ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ຂອງ​ຈີນໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ 2025, ເພາະ​ມັນ​ເປັນ​ເປົ້າ​ໝາຍ​ທີ່​ວາງ​ຕາມ​ສະ​ພາບ​ຕົວ​ຈິງ​ໃນ​ປັດ​ຈຸ​ບັນ ຄື: ການ​ພັດ​ທະ​ນາ​ຂອງເສດ​ຖະ​ກິດ​ໂລກ​ຍັງ​ບໍ່​ແນ່ນອນ, ​ຈາກ​ນີ້​ຍັງ​ເຫັນ​ໄດ້​ວ່າ: ລັດຖະບານຈີນວາງນະໂຍບາຍຕາມຄວາມຕ້ອງການຂອງສະພາບການ ພັດທະນາເສດຖະກິດ, ພ້ອມທັງນຳໃຊ້ມາດຕະການທີ່ສຸມໃສ່ເປົ້າໝາຍຢ່າງຄ່ອງຕົວ ແລະ ສຸມກຳລັງຊຸກຍູ້ການຈັດຕັ້ງປະຕິບັດໃຫ້ເປັນ​ຮູບ​ປະ​ທຳ ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່າແຮງທາງດ້ານລະບອບ ແລະ ກົນໄກຂອງຈີນ, ເປັນການຮັບປະກັນດ້ານນະໂຍບາຍຢ່າງແຂງແຮງ ເພື່ອບັນລຸເປົ້າໝາຍທີ່ເຮັດໃຫ້ GDP ເພີ່ມຂຶ້ນປະມານ 5% ໃນປີ 2025. ນອກນີ້, ການພັດທະນາ​ປັນ​ຍາ​ປະ​ດິດ ຫຼື AI ແລະ ການພັດທະນາກຳລັງການຜະລິດ​ໃນຄຸນນະພາບ​ໃໝ່ ກໍຈະເປັນ​ການ​ຄ້ຳ​ຊູ​ອັນແຂງແຮງໃຫ້ແກ່ການບັນລຸເປົ້າໝາຍດັ່ງກ່າວເຊັ່ນດຽວກັນ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới