Unitel News
Trang chủThời sựສະຫລອງວັນສ້າງຕັ້ງ ກອງບັນນາທິການ ວາລະສານປ້ອງກັນຊາດ ຄົບຮອບ 10 ປີ

ສະຫລອງວັນສ້າງຕັ້ງ ກອງບັນນາທິການ ວາລະສານປ້ອງກັນຊາດ ຄົບຮອບ 10 ປີ

-

ພິທີສະເຫລີມສະຫລອງວັນສ້າງຕັ້ງ ກອງບັນນາທິການວາລະສານ ປ້ອງກັນຊາດ ຄົບຮອບ 10 ປີ ຈັດຂຶ້ນໃນວັນທີ 6 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສ ຕະຫລອດຮອດພະນັກງານ ກອງບັນນາທິການວາລະສານປ້ອງກັນຊາດ ເຂົ້າຮ່ວມ.

ທ່ານ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງບັນນາທິການ ວາລະສານປ້ອງກັນຊາດ ໄດ້ຫວນຄືນປະຫວັດການກຳເນີດຂອງ ວາລະສານປ້ອງກັນຊາດ ເຊິ່ງຕະຫລອດ 10 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງກອງບັນນາທິການ ວາລະສານປ້ອງກັນຊາດ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ໂດຍສະເພາະ ໄດ້ເປັນກະບອກສຽງອັນສຳຄັນ ໃນສະໜາມຮົບແນວຄິດ ເປັນອາວຸດທີ່ແຫລມຄົມໃນການຕໍ່ສູ້ ຕ້ານກຳລັງອິດທິປໍລະປັກ ທີ່ໂຄສະນາບິດເບືອນແນວທາງຂອງພັກ, ໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອນຳມາຜັນຂະຫຍາຍໃຫ້ສັງຄົມຮັບຮູ້ຢ່າງເລິກເຊິ່ງ.

ໃນໂອກາດນີ້, ທ່ານ ພົນຕີ ວົງສອນ ອິນປານພິມ ໄດ້ເນັ້ນໃຫ້ສືບຕໍ່ປັບປຸງວາລະສານປ້ອງກັນຊາດ ໃຫ້ມີສີສັນຈົບງາມ, ມີເນື້ອໃນອຸດົມສົມບູນເລິກເຊິ່ງ ໂດຍຮັບປະກັນຄວາມຖືກຕ້ອງຊັດເຈນ, ບໍ່ຜິດພາດທາງດ້ານການເມືອງ, ປັບປຸງເນື້ອໃນວາລະສານ, ຮູບແບບໂຄງສ້າງບົດ ທີ່ກະທັດຮັດກົງກັບປະເດັນ, ຫລາກຫລາຍ, ປະດິດສ້າງ ແລະ ຊວນອ່ານ; ຈັດຕັ້ງແລກປ່ຽນບົດຮຽນ ລະຫວ່າງ ສື່ຂອງກອງທັບກັບສື່ມວນຊົນອ້ອມຂ້າງສູນກາງ ໃນການຂຽນບົດ, ຖ່າຍຮູບ ແລະ ເຕັກນິກການຈັດໜ້າອອກແບບໃຫ້ເຂົ້າສູ່ຫລັກການ ແລະ ມີຈຸດພິເສດເດັ່ນສະເພາະ ຂອງວາລະສານປ້ອງກັນຊາດ, ປັບປຸງເນື້ອໃນໜ້າເວບໄຊ ໃຫ້ທັນສະໄໝມີເນື້ອໃນດີ, ບັນຈຸຫລາຍຄໍລຳ ແລະ ເພີ່ມບັນດາກົດໝາຍທີ່ກ່ຽວຂ້ອງກັບກອງທັບ ແລະ ກົດໝາຍອື່ນໆທີ່ສຳຄັນ ເຂົ້າໃນເວບໄຊ, ເຜີຍແຜ່ກໍໃຫ້ວ່ອງໄວທັນເວລາ ແລະ ຖືກຕ້ອງຊັດເຈນ. ພ້ອມນີ້, ໃຫ້ເອົາໃຈໃສ່ກໍ່ສ້າງພະນັກງານ-ວິຊາການ ໃຫ້ມີຄວາມຮູ້-ຄວາມສາມາດທີ່ແນ່ນອນ ແລະ ເປັນມືອາຊີບ ດ້ວຍການຍາດແຍ່ງເອົາທຶນໃຫ້ໄປຮຽນກໍ່ສ້າງ-ບຳລຸງ ຫລື ໄປຢ້ຽມຢາມທັດສະນະສຶກສາ, ແລກປ່ຽນຖອດຖອນບົດຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ສ້າງໃຫ້ໄດ້ພະນັກງານ 3 ຮຸ່ນຢ່າງຕໍ່ເນື່ອງ, ຕ້ອງຕັ້ງໜ້າຝຶກຝົນຫລໍຫລອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນການດຳລົງຊີວິດທີ່ຖືກຕ້ອງ; ເອົາໃຈໃສ່ນຳພາກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ກົມກອງມີຄວາມສະຫງົບ, ສ້າງແລະ ຮັກສາໃຫ້ໄດ້ກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ແລະ ປອດຄະດີ.

ຂ່າວ: ກິດຕາ, ພາບ: ເກດສະໜາ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới