ໃນບົດລາຍງານວຽກງານຂອງລັດຖະບານຈີນ ປີ 2025 ໄດ້ປາກົດມີສອງຄຳສັບໃໝ່ຄື: ວິສາຫະກິດຢູນິຄອນ (Unicorn company) ແລະ ວິສາຫະກິດກາເຊລາ (Gazella Company).
ຄຳວ່າ ວິສາຫະກິດຢູນິຄອນ ໝາຍເຖິງການປຽບທຽບໃສ່ບໍລິສັດທີ່ໄດ້ຮັບການ ສ້າງຕັ້ງຂຶ້ນມາໃໝ່ໆ ແຕ່ມີຄວາມເຕີບໃຫຍ່ຂະຫຍາຍຕົວແບບກ້າວກະໂດດຢ່າງວ່ອງໄວໃນລະດັບ ຢູນິຄອນ ຫລື ປຽບເໝືອນມ້າມະນີກາບໃນນະວະນິຍາຍ, ໂດຍອາໄສເຕັກໂນໂນຊີ ຫລື ຮູບແບບທຸລະກິດທີ່ກ້າວໜ້າທັນສະໄໝ, ປະເມີນມູນຄ່າລວມຂອງບໍລິສັດ ຫລາຍກວ່າ 1 ຕື້ໂດລາສະຫະລັດ ແຕ່ຍັງບໍ່ທັນເຂົ້າຈຳໜ່າຍຫຸ້ນຢູ່ໃນຕະຫລາດຫລັກຊັບ. ສ່ວນວິສາຫະກິດກາເຊລາ ເປັນວິສາຫະກິດຂະໜາດກາງ ແລະ ນ້ອຍ ທີ່ສາມາດສ້າງລາຍຮັບຈາກການດຳເນີນທຸລະກິດ ຫລື ສ້າງຜົນກຳໄລເພີ່ມສູງຂຶ້ນຢ່າງວ່ອງໄວໄດ້ ໃນລະດັບກາເຊລາ ພາຍໃນເວລາສັ້ນ ຫລື ປຽບເໝືອການເຄື່ອນໄຫວທີ່ຄ່ອງແຄ້ວຂອງເສົາຫລາ ໂດຍໃຊ້ເວລາພຽງແຕ່ 3-5 ປີ, ມີຄວາມສາມາດອັນສູງສົ່ງດ້ານການປະດິດສ້າງ ແລະ ມີທ່າແຮງບົ່ມຊ້ອນອັນມະຫາສານດ້ານການພັດທະນາ.
ໃນຊຸມປີຜ່ານມານີ້, ວິສາຫະກິດຢູນິຄອນ ແລະ ວິສາຫະກິດກາເຊລາຂອງຈີນ ໄດ້ປາກົດອອກຢ່າງບໍ່ຢຸດຢັ້ງ, ຕົວຢ່າງເຊັ່ນ: ບໍລິສັດ Tiktok, Deepseek, Zhipu AI, Moore Threads ແລະບໍລິສັດອື່ນໆ ໄດ້ຮັບການພັດທະນາຢ່າງວ່ອງໄວ, ມີຊີວິດຊີວາທີ່ສ່ອງແສງ ໃຫ້ເຫັນເຖິງການພັດທະນາຢ່າງມີຄຸນນະພາບສູງຂອງຈີນ. ນັບມາຮອດທ້າຍປີ 2024, ຈີນ ມີວິ ສາຫະກິດຢູນິຄອນ ເຖິງ 510 ແຫ່ງ, ໄດ້ກວມ 27,3% ຂອງໂລກ, ຄອງອັນດັບສອງຂອງໂລກຢ່າງໝັ້ນທ່ຽງ.
ການທີ່ວິສາຫະກິດຢູນິຄອນ ແລະ ວິສາຫະກິດກາເຊລາຂອງຈີນ ພັດທະນາຢ່າງກ້າວກະໂດດນັ້ນຈະສ້າງສາຍພົວພັນຫລາຍດ້ານກັບຍຸດທະສາດການພັດທະນາຂອງປະເທດຕ່າງໆໃນອາຊຽນເຊັ່ນ: ເສດຖະກິດດີຈີຕອນ, ການຫັນປ່ຽນຕາມທິດສີຂຽວ, ການເຊື່ອມໂຍງຂອງພາກພື້ນ ແລະອື່ນໆ.
ຫວ່າງມໍ່ໆມານີ້, ພິທີລົງນາມໃນສັນຍາວ່າດ້ວຍການຮ່ວມກັນສ້າງສູນຮ່ວມມືປະດິດສ້າງດ້ານປັນຍາປະດິດ ຫລື AI ຈີນ-ລາວ ລະຫວ່າງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ ຈີນ-ລາວ ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນຂອງລາວ, ເຊິ່ງຈະຊຸກຍູ້ເຜີຍແຜ່ການນຳໃຊ້ເຕັກນິກປັນຍາປະດິດໃຫ້ທົ່ວເຖິງຢູ່ປະເທດລາວ, ຍົກລະດັບຄວາມສາມາດພື້ນຖານຂອງລາວ ໃນຍຸກປັນຍາປະດິດຢ່າງເປັນລະບົບ. ການສ້າງສູນດັ່ງກ່າວຍັງຈະຊ່ວຍຊຸກຍູ້ການຮ່ວມມືລະຫວ່າງ ຈີນ ກັບປະເທດອາຊຽນໃນຂົງເຂດປັນຍາປະດິດ, ການສົ່ງຂໍ້ມູນລະຫວ່າງປະເທດ, ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ ແລະ ຂົງເຂດອື່ນໆ, ຍົກສູງລະດັບປັນຍາປະດິດ ແລະ ຄວາມຜາສຸກໃນສັງ ຄົມຂອງປະເທດອາຊຽນ.
ໂດຍຜ່ານການຖ່າຍໂອນເຕັກນິກ, ການຮ່ວມມືດ້ານການລົງທຶນ ແລະ ການປະສານງານດ້ານນະໂຍບາຍ, ຈີນ ແລະ ປະເທດອາຊຽນ ພວມສ້າງຮອບວຽນທີ່ດີຄື “ການປະດິດສ້າງ -ອຸດສາຫະກຳ-ຕະຫລາດ”, ໄດ້ສະໜອງພະລັງແຮງຂັບເຄື່ອນອັນໃໝ່ໃຫ້ແກ່ການເຕີບໂຕດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງຂອງປະ ເທດອາຊຽນລວມທັງ ປະເທດລາວ ກໍຄື ພາກພື້ນ.