Unitel News
Trang chủPolitics, Societyການເກັບລາຍຮັບງົບປະມານແຫ່ງລັດໄດ້ຫຼາຍກວ່າ 90% ໄລຍະ 10 ເດືອນ ປີ 2024

ການເກັບລາຍຮັບງົບປະມານແຫ່ງລັດໄດ້ຫຼາຍກວ່າ 90% ໄລຍະ 10 ເດືອນ ປີ 2024

-

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມຂອງສະມາ ຊິກ ສະພາແຫ່ງຊາດ ໃນວັນທີ 25 ພະຈິກ 2024 ກ່ຽວກັບການເກັບລາຍຮັບງົບປະມານແຫ່ງລັດໄດ້ເກີນແຜນ, ຍ້ອນມີການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະການຈັດຕັ້ງປະຕິບັດລາຍຮັບງົບປະມານແຫ່ງລັດ 10 ເດືອນ ປີ 2024 ເປັນປີງົບປະມານທີ່ເພີ່ມຂຶ້ນ.

May be an image of 1 person and dais

ທ່ານໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດລາຍຮັບງົບປະມານແຫ່ງລັດ 10 ເດືອນ ປີ 2024 ເປັນປີງົບປະມານທີ່ເພີ່ມຂຶ້ນແບບບຸກທະລຸ ໂດຍເລີ່ມຈາກການສ້າງແຜນງົບປະມານແຫ່ງລັດ ດ້ວຍການທົດລອງມອບຫົວໜ່ວຍໃຫ້ແຂວງຄຸ້ມຄອງ, ເພື່ອສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນຕາມທິດສາມສ້າງ, ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານໄດ້ຫຼາຍກວ່າ 90% ຊຶ່ງບໍ່ເຄີຍມີມາກ່ອນ ແລະ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 40%.

ສາເຫດທີ່ເຮັດໃຫ້ການເກັບລາຍຮັບໄດ້ເພີ່ມຂຶ້ນໃນໄລຍະ 10 ເດືອນ ແລະ ເກີນແຜນນັ້ນ, ຍ້ອນມີການສືບຕໍ່ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກຈຸດສຸມທີ 2 ແລະ ທີ 3 ຕິດພັນກັບຂະແໜງການເງິນ ແລະ ຄໍາສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງງົບປະມານແຫ່ງລັດ ໃຫ້ເຂົ້າສູ່ລວງເລິກດ້ວຍຫຼາຍວິທີການເປັນຕົ້ນການຄຸ້ມຄອງການເງິນແຫ່ງລັດ ເປັນທັນສະໄໝລວມທັງການປັບປຸງບັນດານິຕິກຳ ຫລາຍກວ່າ 22 ສະບັບ, ຄຽງຄູ່ກັບການບັງຄັບໃຊ້ກົດໝາຍ ແລະ ວິໄນການເງິນຢ່າງເຂັ້ມງວດ.

ຂ່າວ: ປະເທດລາວ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới