ພາລະກິດປົດປ່ອຍຊາດ ແມ່ນຜົນງານ ແລະ ມູນເຊື້ອອັນສະຫງ່າງາມຂອງ ພັກປະຊາຊົນປະຕິວັດລາວ ທີ່ນໍາພາປະຊົນລາວບັນດາເຜົ່າ ສ້າງໜ້າປະຫວັດສາດໃໝ່ທີ່ສະຫວ່າງສະໄຫວທີ່ສຸດໃຫ້ແກ່ຊາດລາວ ເຊິ່ງສາມາດຢັ້ງຢືນໄດ້ວ່າ: “ພັກເປັນປັດໄຈພື້ນຖານທີ່ຕັດສິນຊີ້ຂາດກ່ອນໝູ່ ແລະ ຮັບປະກັນທຸກໄຊຊະນະ ຂອງພາລະກິດ ປະຕິວັດຂອງປະຊາຊົນເຮົາ”.
ທ່ານ ກູຢາງ ສີສົມບຼົງ ຮອງຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ໃຫ້ຮູ້ໃນໂອກາດສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “70 ປີ “ການນໍາພາ ຂອງພັກທີ່ມີກຽດສະຫງ່າ” ຢູ່ແຂວງອຸດົມໄຊ ເມື່ອບໍ່ດົນນີ້ວ່າ: ພັກປະຊາຊົນປະຕິວັດລາວ ນໍາພາພາລະກິດປົດປ່ອຍຊາດ ເປັນພາກສ່ວນໜຶ່ງຂອງການປະຕິວັດລາວ ໂດຍເລີ່ມແຕ່ປີ 1955 ພັກ ໄດ້ຮັບການສ້າງຕັ້ງຂຶ້ນຈົນເຖິງປີ 1975 ໄດ້ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພັກໄດ້ນໍາພາພາລະກິດປົດປ່ອຍຊາດ ໄດ້ມີຄວາມສະດວກພື້ນຖານຫລາຍປະການ, ໄດ້ຕັ້ງຢູ່ໃນທ່າບຸກລວມຂອງການປະຕິວັດໂລກ ໂດຍສະເພາະ ແມ່ນໄດ້ຮັບການຊ່ວຍເຫລືອຈາກການປະຕິວັດຫວຽດນາມ, ແຕ່ການຕໍ່ສູ້ແມ່ນໄດ້ຜະເຊີນໜ້າກັບຈັກກະພັດ ເປັນຕົ້ນແມ່ນ ຈັກກະພັດອາເມລິກາ. ສະນັ້ນ, ການນໍາພາປົດປ່ອຍຊາດ ໄດ້ຜ່ານຂະບວນການຕໍ່ສູ້ອັນຍາວນານ, ລໍາບາກ ແຕ່ຍ້ອນການນໍາພາຂອງ ພັກປະຊາຊົນປະຕິວັດລາວ ທີ່ສະຫລາດສ່ອງໃສ ແລະ ເດັດຂາດ ຈຶ່ງເຮັດໃຫ້ຂະບວນການຕໍ່ສູ້ປົດປ່ອຍຊາດມີໄຊຢ່າງສົມບູນ.
ທ່ານ ກູຢາງ ສີສົມບຼົງ ຍັງໃຫ້ຮູ້ອີກວ່າ: ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ແມ່ນໄດ້ມາຈາກຫລາຍສາເຫດທີ່ສໍາຄັນເຊັ່ນ: ຍ້ອນນໍ້າໃຈຮັກຊາດອັນດູດດື່ມ, ມານະຈິດຕໍ່ສູ້ທີ່ເດັດດ່ຽວ, ເດັດຂາດບໍ່ອ່ອນຍອມຂອງຊາດ ແລະ ມູນເຊື້ອສາມັກຄີຕໍ່ສູ້ຕ້ານການຮຸກຮານຈາກພາຍນອກ ຂອງປະຊາຊົນລາວບັນດາເຜົ່າ; ຍ້ອນມີການນໍາພາອັນສະຫລາດສ່ອງໃສ ແລະ ຈິດໃຈເພື່ອຊາດ ເພື່ອປະຊາຊົນອັນບໍລິສູດຜຸດຜ່ອງ ຂອງພັກປະຊາຊົນປະຕິວັດລາວ; ຍ້ອນ ການສໍາພັນຮ່ວມຮົບລະຫວ່າງປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ຄຽງບາຄຽງໄຫລ່ກັນຕ້ານສັດຕູໂຕດຽວກັນຕະຫລອດ 30 ປີ ທີ່ຜ່ານມາ. ພ້ອມກັນນັ້ນ, ກໍເປັນໄຊຊະນະຂອງການເປັນໃຈ, ສະໜັບສະໜູນອັນແຂງແຮງ ແລະ ປະເສີດເລີດລໍ້າຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ. ໃນນັ້ນ, ກໍາລັງຕົ້ນຕໍ ຂອງການປະຕິວັດ ກໍລ້ວນແລ້ວແຕ່ແມ່ນກໍາມະກອນ, ຊາວໄຮ່ນາ, ນັກຮຽນຮູ້ປະຕິວັດ, ນາຍທຶນນ້ອຍ, ນາຍທຶນແຫ່ງຊາດ, ຜູ້ຊົງຄຸນວຸທິທີ່ຮັກຊາດ ແລະ ກ້າວໜ້າ. ສະນັ້ນ, ຈຶ່ງເວົ້າໄດ້ວ່າ ໃນສະໄໝດໍາເນີນການປະຕິວັດປົດປ່ອຍຊາດ ໂດຍພາຍໃຕ້ການນໍາພາຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ສາມັກຄີກັນເປັນຈິດໜຶ່ງໃຈດຽວ ເຂົ້າຮ່ວມແນວໂຮມກູ້ຊາດອັນກວ້າງຂວາງ ດໍາເນີນການຕໍ່ສູ້ອັນລະອິດລະອ້ຽວ, ຍຶດເຍື້ອຍາວນານ ພາຍໃຕ້ຄັນທຸງຊາດ-ປະຊາທິປະໄຕ; ໄດ້ຜາບແພ້ພວກຮຸກຮານ ແລະ ລູກແຫລ່ງຕີນມື, ປະຕິບັດຄວາມຖືກຕ້ອງປອງດອງຊາດ, ກໍ່ສ້າງປະເທດລາວ ສັນຕິພາບ ເປັນກາງ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
ທີ່ມາ: ຂປລ

