Unitel News
Trang chủThời sựການພົບປະ ລະຫວ່າງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສປປ ເກົາຫຼີ

ການພົບປະ ລະຫວ່າງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສປປ ເກົາຫຼີ

-

ໃນຕອນບ່າຍຂອງວັນທີ 02 ມີນາ 2025, ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ (Pak Sang Gil), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາ ຫຼີ, ພ້ອມດ້ວຍພະນັກງານກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ປາກ ຊັງ ກິລ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ສະຫາຍ ພົງສະຫວັນ ສີສຸລາດ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 01-04 ມີນາ 2025 ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື້ອໝັ້ນວ່າ ການຢ້ຽມຢາມ ຂອງ ສະຫາຍ ພົງສະຫວັນ ສີສຸລາດ ໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ສົ່ງເສີມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ສືບຕໍ່ພັດທະນາຂື້ນສູ່ບາດກ້າວໃໝ່, ໂດຍສະເພາະ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ຄົບຮອບ 50 ປີ ໃນປີ 2024 ທີ່ຜ່ານມາ ແລະ ພິເສດ, ໃນປີ 2025 ນີ້ ກໍເປັນປີຄົບຮອບ 60 ປີ ແຫ່ງການພົບປະສຸດຍອດຄັ້ງທໍາອິດ ທີ່ນະຄອນ ຫຼວງພຽງຢາງ ຂອງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາ ຊົນ ສປປ ເກົາຫຼີ. ໃນຂະນະດຽວກັນ, ສະຫາຍ ພົງສະຫວັນ ສີສຸລາດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ປາກ ຊັງ ກິລ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ເກົາຫຼີ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກທຸກປະ ການໃຫ້ແກ່ຄະນະໃນຄັ້ງນີ້.

ໃນການພົບປະ, ສອງຝ່າຍ ໄດ້ທົບທວນ ແລະ ຕີລາຄາຄືນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ; ພ້ອມທັງໄດ້ກຳນົດ ແລະ ເອກະພາບກັນກ່ຽວ ກັບທິດທາງການພົວພັນຮ່ວມມືລະຫວ່າງສອງກະຊວງ ໃນຕໍ່ໜ້າ.

ພ້ອມກັນນີ້, ສອງຝ່າຍ ໄດ້ເປັນເອກະພາບກັນ ສືບຕໍ່ປະສານສົມທົບກັນຢ່າງສະ ໜິດແໜ້ນ ເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມຮ່ວມກັນຜ່ານມາ ໃຫ້ເປັນຮູບປະທໍາ, ສືບຕໍ່ຊຸກຍູ້ການ ຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອເປັນການຂໍ່ານັບຮັບຕ້ອນວັນສຳຄັນທາງດ້ານປະຫວັດສາດ ຂອງສອງປະເທດ ໃຫ້ມີບັນຍາກາດຄຶກຄື້ນ ແລະ ມີຄວາມໝາຍ, ກໍຄືເປັນການກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງຝ່າຍໃນຕໍ່ໜ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດຢ້ຽມຢາມ ສປປ ເກົາຫຼີ, ສະຫາຍ ພົງສະຫວັນ ສີສຸລາດ, ຮອງລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ແຈ ຊອນ ຮຸຍ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ ອີກດ້ວຍ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới