ກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ ໃນວັນທີ 4 ມີນານີ້. ກໍາມະການ 2.100 ກວ່າທ່ານທີ່ມາຈາກ 34 ວົງການໄດ້ເຕົ້າໂຮມກັນ, ປະກອບຄວາມເຫັນຂອງຕົນ ໂດຍສຸມໃສ່ຊຸກຍູ້ຄວາມທັນສະໄໝແບບຈີນ.
ໃນພິທີເປີດ, ກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ເຂົ້າ ຮ່ວມກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງວາລະປະຊຸມຂອງກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການທົ່ວປະເທດສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14, ຮັບຟັງບົດລາຍງານວຽກງານຂອງຄະນະປະຈຳຄະນະກຳມະການທົ່ວປະເທດສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ແລະ ບົດລາຍງານສະພາບວຽກງານຂໍ້ສະເໜີ ຫຼັງຈາກກອງປະຊຸມຄັ້ງທີ 2 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ທີ່ສະເໜີໂດຍຄະນະປະຈຳຄະນະກຳມະການທົ່ວປະເທດສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ.
