Unitel News
Trang chủPolitics, Societyການກໍ່ສ້າງໂຄງລ່າງພື້ນຖານ ລົດເມດ່ວນ BRT ສໍາເລັດແລ້ວ 30% ຂອງໜ້າວຽກທັງໝົດ

ການກໍ່ສ້າງໂຄງລ່າງພື້ນຖານ ລົດເມດ່ວນ BRT ສໍາເລັດແລ້ວ 30% ຂອງໜ້າວຽກທັງໝົດ

-

ທ່ານ ຄໍາພັນ ວັນທະນາ ຫົວໜ້າ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 28 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ການກໍ່ສ້າງໂຄງລ່າງພື້ນຖານສໍາລັບລົດເມດ່ວນ BRT ໃນນະຄອນຫລວງວຽງຈັນ ແຕ່ສວນເຈົ້າຟ້າງຸ່ມໄປຫາໜ້າມະຫາວິທະຍາໄລແຫ່ງຊາດ ດົງໂດກ ໄລຍະທາງລວມ 12,9 ກິໂລແມັດ ສໍາເລັດແລ້ວ 30% ຂອງໜ້າວຽກທັງໝົດ, ຄາດວ່າຈະສໍາເລັດ ແລະ ເປີດທົດລອງແລ່ນບໍລິ ການລົດເມດ່ວນໃນທ້າຍປີ 2025 ທີ່ຈະມາເຖີງນີ້.

ໃນໄລຍະເປີດທົດລອງແລ່ນບໍລິການລົດເມດ່ວນ BRT ໃນທ້າຍປີ 2025 ແມ່ນຈະໃຫ້ຜູ້ໂດຍສານຂີ່ໂດຍບໍ່ເສຍຄ່າໃນໄລຍະ 3 ເດືອນ, ຫລັງຈາກນັ້ນຈະເປີດບໍລິການຢ່າງເປັນທາງການ.

ຢ່າງໃດກໍຕາມ, ປັດຈຸບັນ ແມ່ນໄລຍະພວມລົງມືຈັດຕັ້ງປະຕິ ບັດໂຄງການຢ່າງເຕັມທີ່ເຊິ່ງອາດຈະເຮັດໃຫ້ມີຄວາມຫຍຸ້ງຍາກໃນການສັນຈອນໄປ-ມາຂອງພາຫະນະຕ່າງໆ ສົມຄວນ. ສະນັ້ນ ທ່ານໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນຕ້ອງເພີ່ມຄວາມລະມັດລະວັງ ແລະ ມີສະຕິໃນການສັນຈອນໄປ-ມາຜ່ານເສັ້ນທາງທີ່ມີການກໍ່ ສ້າງເພື່ອຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ທີ່ມາ: LNR

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới