Unitel News
Trang chủPolitics, Societyກຽມປະກາດພະທາດຫຼວງຈຽງຕືງ ເປັນມໍລະດົກແຫ່ງຊາດປະຈໍາທ້ອງຖີ່ນ

ກຽມປະກາດພະທາດຫຼວງຈຽງຕືງ ເປັນມໍລະດົກແຫ່ງຊາດປະຈໍາທ້ອງຖີ່ນ

-

ກອງປະຊຸມປືກສາຫາລື ເພື່ອກະກຽມວຽກງານສະເຫຼີມສະຫຼອງພະທາດຫຼວງຈຽງຕືງ ແລະ ການປະກາດເປັນມໍລະດົກແຫ່ງຊາດປະຈໍາທ້ອງຖີ່ນ ເພືອສົ່ງເສີມປີທ່ອງທ່ຽວລາວ 2024 ໄດ້ຈັດຂຶ້ນໃນວັນທີ 29 ຕຸລານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງສິງ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ຊຽງວັນ ສົມລັດທອງ ຮອງເຈົ້າເມືອງໆສິງ.

ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນການກະກຽມຈັດງານສະເຫຼີມສະຫຼອງພະທາດຫຼວງຈຽງຕຶງ ທີ່ຈະປະກາດເປັນມໍລະດົກແຫ່ງຊາດປະຈຳທ້ອງຖີ່ນເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ໃນອີກບໍ່ດົນນີ້, ໂດຍສະເພາະແມ່ນດ້ານເນື້ອໃນ, ສະຖານທີ່, ງົບປະມານ, ການວາງສະແດງສິນຄ້າ ແລະ ຊີມອາຫານພື້ນເມືອງ, ການຕ້ອນຮັບແຂກ ແລະ ຂະບວນການອື່ນໆ ໃນການຈັດງານບຸນໃນຄັ້ງນີ້.

ແຫຼ່ງຂ່າວ: LNR

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới