ວັນທີ 5 ມີນາ 2025, ທ່ານ ທອງດີ ຈັນທະວົງ, ເຈົ້າເມືອງລະຄອນເພັງ ແຂວງສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງເມືອງ, ນາຍບ້ານລຽບຊາຍ ແດນ ແລະ ນັກທຸລະກິດພາຍໃນເມືອງ ໄດ້ເດີນທາງເຂົ້າຮ່ວມປະຊຸມກິດຈະກຳໂຄງ ການສ້າງຄວາມສໍາພັນລະຫວ່າງປະຊາຊົນກັບປະຊາຊົນພື້ນທີ່ຊາຍແດນໄທ-ລາວ (people to people connectivity). ກອງປະຊຸມຈັດຂຶ້ນທີ່ຫ້ອງປະຊຸມສໍານັກງານສາທາລະນະສຸກ ອໍາເພີນາຕານ, ຈັງຫວັດອຸບົນລາຊະທານີ ໂດຍມີທ່ານ ສະລາວຸດ ຊົງໂສມ ນາຍອໍາເພີ ນາຕານ ພ້ອມດ້ວຍຫົວໜ້າສ່ວນລາດຊະການ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ຮ່ວມປຶກສາຫາລື.
ສອງຝ່າຍໄດ້ລາຍງານ, ແລກປ່ຽນ ແລະປຶກສາຫາລືຮ່ວມກັນຫຼາຍວຽກສໍາຄັນ ເປັນຕົ້ນ: ປຶກສາຫາລືວິທີຍົກລະດັບ ແລະ ເຊື່ອມຈອດກົນໄກຮ່ວມມືເພື່ອແກ້ໄຂບັນ ຫາໄພຂົ່ມຂູ່ດ້ານຄວາມໝັ້ນຄົງຮູບແບບໃໝ່, ຮັດແໜ້ນສາຍພົວພັນດ້ານວັດທະ ນະທຳ ດ້ານການສຶກສາ ແລະ ກິລາ, ການຮ່ວມມືສະກັດກັ້ນ ແລະ ປາບປາມຢາເສບ ຕິດ ແລະຄວາມປອດໄພຢູ່ຕາມຊາຍແດນ, ວຽກງານສາທາລະນະສຸກ, ການຮ່ວມມືຄວບຄຸມ-ປ້ອງກັນພະຍາດສັດ, ບັນຫາການຄ້າຊາຍແດນ ແລະວຽກງານອື່ນໆ…
ທັງນີ້, ເພື່ອສ້າງຄວາມຮ່ວມມືໃນການຮັກສາຄວາມສະຫງົບຮຽບຮ້ອຍ, ຄວາມຮ່ວມມືດ້ານເສດຖະກິດ, ດ້ານວັດທະນະທຳ-ສັງຄົມ ຕາມແນວຊາຍແດນ, ພັດທະນາຄວາມສຳພັນໃນລະດັບທ້ອງຖິ່ນສູ່ຄວາມສຳພັນໃນລະດັບປະເທດ ແລະຈະເປັນກົນ ໄກໜຶ່ງທີ່ກໍ່ໃຫ້ເກີດການຮ່ວມມືເສີມສ້າງຄວາມສຳພັນທີ່ດີ ເພື່ອຜົນປະໂຫຍດຮ່ວມ ກັນ ແລະ ເພື່ອສັນຕິສຸກຂອງປະຊາຊົນໃນພື້ນທີ່ບໍລິເວນຊາຍແດນໄທ-ລາວ.
ທີ່ມາ: ສື່ມວນຊົນລະຄອນເພັງ