Unitel News
Trang chủThời sựທະນາຄານແຫ່ງ ສປປ ລາວ ເປີດນຳໃຊ້ ລະບົບບໍລິຫານກະແສເງິນຕາຕ່າງປະເທດ (CMS) ຢ່າງເປັນທາງການ

ທະນາຄານແຫ່ງ ສປປ ລາວ ເປີດນຳໃຊ້ ລະບົບບໍລິຫານກະແສເງິນຕາຕ່າງປະເທດ (CMS) ຢ່າງເປັນທາງການ

-

ວັນທີ 3 ມີນາ 2025 ທີ່ໂຮງແຮມອາມາຣີ ວຽງຈັນ, ທະນາຄານແຫ່ງ ສປປ ລາວ ໄດ້ຈັດພິທີເປີດນໍາໃຊ້ລະບົບບໍລິຫານກະແສເງິນຕາຕ່າງປະເທດ ຫລື Capital Flow Management System (CMS) ຢ່າງເປັນທາງການ ໂດຍມີທ່ານຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຮອງລັດຖະມົນຕີກະຊວງການເງິນ, ມີຄະນະກົມ ພາຍໃນ ທຫລ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ວັດທະນາ ຊານຸບານ ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ໄດ້ຂຶ້ນກ່າວພາບລວມ ແລະ ຂະບວນການພັດທະນາລະບົບບໍລິຫານກະແສເງິນຕາ (CMS), ນອກຈາກນັ້ນຍັງໄດ້ມີຄໍາເຫັນ ໂດຍໄດ້ກ່າວວ່າ: “ທຫລ ໄດ້ເລັງເຫັນຄວາມຈຳເປັນໃນການນຳໃຊ້ເຄື່ອງມືເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າມາເຮັດໜ້າທີ່ ຕິດຕາມກະແສເງິນໄຫລເຂົ້າ-ອອກ ຂອງປະເທດ ໃຫ້ໄດ້ກັບທີ່ແບບ Real-time ເພາະປະຈຸບັນຊຸດຂໍ້ມູນນຳເຂົ້າສົ່ງອອກສິນຄ້າ ການລົງທຶນ ແລະ ກະແສເງິນຕາ ແມ່ນໄດ້ຖືກຈັດເກັບ ແລະ ຄຸ້ມຄອງ ຢູ່ແຕ່ລະຂະແໜງການທີ່ຕ່າງກັນ.

ຈາກແນວຄວາມຄິດດັ່ງກ່າວ, ທຫລ ຈຶ່ງໄດ້ຕັດສິນໃຈສູງ ໃນການລິເລີ່ມການພັດທະນາລະບົບບໍລິຫານກະແສເງິນຕາ ຫລື CMS ນັບແຕ່ທ້າຍປີ 2023 ເປັນຕົ້ນມາ. ດ້ວຍການເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຈາກຂັ້ນເທິງ, ການໃຫ້ຄວາມຮ່ວມມື ຂອງຜູ້ມີສ່ວນຮ່ວມທັງໝົດ. ມາຮອດນີ້ ສາມາດຢັ້ງຢືນໄດ້ວ່າ ມີຄວາມພ້ອມໃຊ້ງານ ໂດຍພື້ນຖານ ຊຶ່ງຈະສາມາດສ້າງຜົນປະໂຫຍດໃຫ້ກັບທຸກພາກສ່ວນຜູ້ໃຊ້ງານໄດ້ໂດຍການເຊື່ອມຜ່ານ API ກັບຖານຂໍ້ມູນຕ່າງໆເປັນຕົ້ນ:

1. ລະບົບແຈ້ງພາສີ ASYCUDA ຂອງກະຊວງການເງິນ ເພື່ອຕິດຕາມຂໍ້ມູນການເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າ ຕາມດ່ານພາສີຕ່າງໆຢູ່ຂອບເຂດທົ່ວປະເທດ;

2. ຖານຂໍ້ມູນຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຢັ້ງຢືນຕົວຕົນ ແລະ ແລກປ່ຽນຂໍ້ມູນດ້ານການດໍາເນີນທຸລະກິດ;

3. ຮອງຮັບການເຊື່ອມຕໍ່ກັບທະນາຄານທຸລະກິດ 38 ແຫ່ງ ເພື່ອດຶງເອົາຂໍ້ມູນຂາເຂົ້າເງິນຕາ.

ນອກຈາກນັ້ນ ທ່ານຍັງໄດ້ເນັ້ນຢໍ້າວ່າ: ການເປີດຕົວນໍາໃຊ້ໃນມື້ນີ້ ແມ່ນເປັນພຽງຈຸດເລີ່ມຕົ້ນຂອງການຕິດຕາມຄຸ້ມຄອງ ກະແສເງິນຕາຕ່າງປະເທດ ຮູບແບບໃໝ່ຢູ່ໃນປະເທດເທົ່ານັ້ນ ຍັງຕ້ອງໄດ້ສືບຕໍ່ນຳໃຊ້ ແລະ ປັບປຸງໄປພ້ອມໆກັນ.

ທີ່ມາ: ໜັງສືພິມລາວພັດທະນາ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới