ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດ ຈັດຫາງານລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 4 ມີນາ 2025 ທີ່ຫ້ອງວ່າການແຂວງຊຽງຂວາງ.
ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ກ່າວວ່າ: ຈຸດປະສົງຂອງການມາຢ້ຽມຢາມແຂວງຊຽງຂວາງຄັ້ງນີ້ ກໍເພື່ອລາຍງານການຈັດຫາງານ ໂດຍສະເພາະການເອົາແຮງງານຢູ່ແຂວງຊຽງຂວາງ ໄປເຮັດວຽກຢູ່ ສ ເກົາຫລີ ມີຜົນສຳເລັດຕາມລະດັບຄາດໝາຍ. ພ້ອມນີ້, ກໍຍັງໄດ້ລາຍງານກ່ຽວກັບ ນັກລົງທຶນ ສ ເກົາຫລີ ຈຳນວນໜຶ່ງ ມີຄວາມສົນໃຈສຶກສາຄວາມເປັນໄປໄດ້ ໃນການຮ່ວມມືໃນຂົງເຂດກະສິກຳ ແລະ ການທ່ອງທ່ຽວ ເນື່ອງຈາກແຂວງຊຽງຂວາງ ມີອຸນຫະພູມທີ່ເໝາະສົມ, ມີວັດທະນະທຳທີ່ເປັນເອກະລັກ, ແຫລ່ງທ່ອງທ່ຽວທີ່ຫລາກຫລາຍ. ສ່ວນການລົງທຶນເຂົ້າໃສ່ວຽກງານກະສິກຳ ສ ເກົາຫລີ ໃຫ້ຄວາມສົນໃຈໃນຜະລິດຕະພັນການປູກໄມ້ໃຫ້ໝາກ ໂດຍສະເພາະ ໄມ້ໃຫ້ໝາກທີ່ມີຄຸນນະພາບສູງ, ການປຸງແຕ່ງກາເຟ ແລະ ພືດຜັກອື່ນໆ.
ໂອກາດນີ້, ທ່ານຮອງເຈົ້າແຂວງໆຊຽງຂວາງ ໄດ້ກ່າວສະແດງຄວາມດີໃຈ ທີ່ນັກລົງທຶນ ສ ເກົາຫລີ ມີຄວາມສົນໃຈ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ເຂົ້າໃນວຽກງານກະສິກຳ ແລະ ທ່ອງທ່ຽວ, ເຊິ່ງແຂວງຊຽງຂວາງພ້ອມແລ້ວຈະສະໜັບສະໜູນ ເນື່ອງຈາກກະສິກຳ ແລະ ທ່ອງທ່ຽວ ແມ່ນບຸລິມະສິດຫລັກຂອງແຂວງ ໃນການພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ປະຊາຊົນບັນດາເຜົ່າຢູ່ຊຽງຂວາງ ມີມູນເຊື້ອຫ້າວຫັນ ໃນການປູກຝັງ-ລ້ຽງສັດ. ພ້ອມນີ້, ແຂວງຊຽງຂວາງຍັງມີສະຖານທີ່ທ່ອງທ່ຽວທີ່ຫລາກຫລາຍ ເປັນຕົ້ນ ທາງວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ, ເຊິ່ງແຂວງ ພ້ອມຈະສະໜອງຂໍ້ມູນ ເພື່ອຊຸກຍູ້ ສົ່ງເສີມການລົງທຶນ ເພື່ອເຮັດໃຫ້ການສຶກສາຄວາມເປັນໄປໄດ້ ໃນການລົງທຶນ ແລະ ລົງທຶນມີຜົນສຳເລັດຕາມລະດັບຄາດໝາຍ.
ຂ່າວ: ບຸນມີ ແສງທຸມມີ

