Unitel News
Trang chủThời sựປະກາດບ້ານໃຫຍ່ສະໜາມໄຊ ນະຄອນປາກເຊ ເປັນບ້ານພັດທະນາ ປະຊາຊົນຢູ່ດີ-ກິນດີ

ປະກາດບ້ານໃຫຍ່ສະໜາມໄຊ ນະຄອນປາກເຊ ເປັນບ້ານພັດທະນາ ປະຊາຊົນຢູ່ດີ-ກິນດີ

-

ໃນຕອນເຊົ້າວັນທີ 4 ມີນາ 2025 ທີ່ສຳນັກງານບ້ານໃຫຍ່ສະໜາມໄຊ ໄດ້ຈັດພິທີປະກາດບ້ານໃຫຍ່ສະໜາມໄຊ ນະຄອນປາກເຊ ເປັນບ້ານພັດທະນາ ປະຊາຊົນຢູ່ດີ-ກິນດີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງ,ທ່ານ ນາງ ດຣ ພົວພັນ ວິລະພັນ ຮອງເລຂາຄະນະພັກນະຄອນ, ປະທານກວດກາພັກ -ລັດນະຄອນ, ທ່ານ ທິບອາພອນ ສາຍລາດ ເລຂາຄະນະພັກຮາກຖານ, ນາຍບ້ານໆໃຫຍ່ສະໜາມໄຊ, ມີການນຳແຂວງ,ນະຄອນ, ຫ້ອງການ, ຂະແໜງການ, ກົມກອງອ້ອມຂ້າງນະຄອນ, ອົງການຈັດຄັ້ງຕ່າງໆຂອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ທິບອາພອນ ສາຍລາດ ເລຂາຄະນະພັກຮາກຖານ, ນາຍບ້ານໆໃຫຍ່ສະໜາມໄຊ ໄດ້ລາຍງານສະພາບການນຳພາສ້າງບ້ານບ້ານພັດທະນາປະຊາຊົນ ຢູ່ດີກິນດີ.

ຊຶ່ງໃຫ້ຮູ້ວ່າ: ບ້ານໃຫຍ່ສະໜາມໄຊ ແມ່ນບ້ານໜຶ່ງທີ່ຕັ້ງຢູ່ໃຈກາງຂອງນະຄອນປາກເຊ, ມີຊາຍແດນຕິດຈອດ: ທິດເໜືອຕິດກັບເສັ້ນທາງເລກທີ 13 ໃຕ້, ທິດໃຕ້ຕິດກັບ ບ້ານໃຫຍ່ໂນນສະຫວ່າງ, ທິດຕາເວັນອອກຕິດກັບບ້ານສວນສະຫວັນ, ຕິດຕາເວັນຕົກຕິດກັບ ບ້ານໂພນສະຫວັນ, ມີເນື້ອທີ່ທັງໝົດ 78,26 ຮຕ. ໃນນັ້ນເນື້ອທີ່ດິນປຸກສ້າງ 65,86 ຮຕ, ເນື້ອທີ່ດິນປູກຝັງ 4,40 ຮຕ, ເນື້ອທີ່ດິນອື່ນໆ 8,00 ຮຕ, ມີພົນລະເມືອງທັງໝົດ 4,290 ຄົນ, ຍິງ 2,488 ຄົນ, ອາຍຸ 15 ປີຂຶ້ນໄປມີ 2,354 ຄົນ, ຍິງ 1,984 ຄົນ, ມີ 3 ຄຸ້ມຄື: ຄຸ້ມສະໜາມໄຊ, ຄຸ້ມແກ້ວອຸດົມ, ຄຸ້ມທ່າອຸດົມ, ມີ 985 ຄອບຄົວ. ມີ 741 ຫຼັງຄາ, ມີ 44 ໜ່ວຍ,

ການນຳພາສ້າງບ້ານໃຫຍ່ສະໜາມໄຊ ນະຄອນປາກເຊ ເປັນບ້ານພັດທະນາ ປະຊາຊົນຢູ່ດີ-ກິນດີ ທີ່ພົ້ນເດັ່ນປະຊາຊົນມີຄວາມສາມັກຄີຕາມການນຳພາຂອງພັກ, ອົງການປົກຄອງບ້ານ ເຮັດໃຫ້ເສດຖະກິດ-ສັງຄົມພາຍໃນບ້ານມີການຂະຫຍາຍຕົວ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ, ລົບລ້າງຄອບຄົວທຸກຍາກ. ປະກົດການຫຍໍ້ທໍ້ພາຍໃນບhານຫຼຸດໜ້ອຍຖອຍລົງ ແລະ ສຳຄັນສາມາດບັນລຸໄດ້ ຕາມ 6 ເນື້ອໃນ 9 ມາດຖານ 25 ໃບຢັ້ງຢືນ ຂອງຂະແໜງການທີ່ ກ່ຽວຂ້ອງວາງອອກ.

ໃນພິທີ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ເປັນກຽດມອບໃບຢັ້ງຍືນ ຮັບຮອງບ້ານໃຫຍ່ສະໜາມໄຊເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ. ຮັບໂດຍ ທ່ານ ທິບອາພອນ ສາຍລາດ ເລຂາຄະນະພັກຮາກຖານ, ນາຍບ້ານໆໃຫຍ່ສະໜາມໄຊ. ຈາກນັ້ນໃນພິທີ ຍັງໄດ້ມີການລັ່ນຄ້ອງ ແລະ ເປີດປ້າຍບ້ານພັດທະນາປະຊາຊົນສະໜາມໄຊ ຢູ່ດີກິນດີຢ່າງເປັນທາງການ.

ເກດສະໜາ ແກ້ວສຸວັນນະແສງ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới