Unitel News
Trang chủThời sựປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ລົງຕິດຕາມການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນນໍ້າເຫືອງ ເມືອງແກ່ນທ້າວ.

ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ລົງຕິດຕາມການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນນໍ້າເຫືອງ ເມືອງແກ່ນທ້າວ.

-

ໃນຕອນບ່າຍວັນທີ 4 ມີນາ 2025 ນີ້, ທ່ານ ລີເບີ ລີບົວປາວ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ລົງຕິດຕາມການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນນໍ້າເຫືອງ ຊາຍແດນລາວ-ໄທ ຢູ່ບ້ານຄອນຕາປູ່ ແລະ ບ້ານຈອມແກ້ວ (ເໜືອຂົວມິດຕະພາບນໍ້າເຫືອງ) ເປັນກຽດຕ້ອນຮັບໂດຍທ່ານ ສົມສີ ຊາວພິລາ ຮອງເຈົ້າເມືອງແກ່ນທ້າວ, ມີສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ແລະ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມຕ້ອນຮັບ.

ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນນໍ້າເຫືອງ ເມືອງແກ່ນທ້າວ ກໍາລັງກໍ່ສ້າງ 3 ຈຸດ ມີຄວາມຍາວທັງໝົດ 4,900 ກ່ວາ ແມັດ ມູນຄ່າ 110,500 ກວ່າລ້ານກີບ ຄື: ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຈຸດບ້ານຄອນຕາປູ່ ມີຄວາມຍາວ 2,300 ແມັດ ມູນຄ່າ 49,600 ກວ່າລ້ານກີບ ແມ່ນບໍລິສັດພວງເພັດ ກໍ່ສ້າງ-ຂົວທາງ ເປັນຜູ້ຮັບເໝົາ, ຈຸດບ້ານຈອມແກ້ວ (ເໜືອຂົວມິດຕະພາບນໍ້າເຫຼືອງ) ມີຄວາມຍາວ 2,042 ແມັດ ມູນຄ່າ 43,400 ກວ່າລ້ານກີບ ບໍລິສັດ SLK ກໍ່ສ້າງ-ຂົວທາງ ເປັນຜູ້ຮັບເໝົາ ແລະ ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຈຸດບ້ານພວນ ຍາວ 590 ແມັດ ມູນຄ່າ 17,300 ກວ່າລ້ານກີບ ບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ເປັນຜູ້ຮັບເໝົາ.

ຂ່າວ: ແກ່ນທ້າວ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới