ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຈຳປາສັກຄັ້ງທີ IX ໄດ້ສໍາເລັດໃນວັນທີ 4 ມີນາ 2025 ນີ້ ພາຍຫຼັງທີ່ດຳເນີນມາເປັນເວລາ 2 ວັນ ໂດຍການເຂົ້າຮ່ວມຂອງສະຫາຍ ອາລູນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ.
ກອງປະຊຸມໄດ້ຄົົ້ນຄວ້າຢ່າງເລິກເຊິີ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ລາຍງານການເມືອງທັງ 2 ພາກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງຄະນະບໍລິຫານງານພັກເມືອງຈຳປາສັກ, ເຫັນດີເປັນເອກະພາບນໍາການສະ ຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍຸ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍຸ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ເມືອງເປັນຕົົ້ນແມ່ນ ບັນດາຜົນງານອັນພົົ້ນເດັ່ນທີີ່ຍາດມາໄດ້ໃນຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການພັດທະນາເສດຖະກິດ-ສັງຄົມ, ການປັບປຸງບູລະນະລະບົບອໍານາດແຫ່ງລັດ, ວຽກງານກໍໍ່ສ້າງພັກ-ພະນັກງານ,ວຽກງານແນວລາວສ້າງຊາດ, ວຽກງານສະຫະພັນນັກຮົບເກົົ່າ ແລະ ວຽກງານອົງການຈັດຕັ້ງມະຫາຊົນ.ກອງປະຊຸມໃຫຍ່ໄດ້ ປະກອບຄໍາເຫັນຈາກຜູ້ແທນກອງປະຊຸມຢ່າງກົງໄປ ກົງມາ ຕໍໍ່ກັບບັນດາຂໍໍ້ຄົງຄ້າງໃນການນໍາພາ-ຊີົ້ນໍາ ຂອງອົງຄະນະພັກເມືອງຈຳປາສັກ; ເຊິີ່ງເປັນສາເຫດພາໃຫ້ການຈັດຕັ້ງປະຕິບັດວຽກງານຈຸດສຸມໃນບາງດ້ານບໍໍ່ທັນບັນລຸຜົນສໍາເລັດຕາມລະດັບຄາດໝາຍທີີ່ວາງໄວ້.
ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ສະໄໝທີ IX ລວມທັງໝົດ 27 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກກະສັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈໍາພັກເມືອງ 9 ສະຫາຍ ຍິງ 2 ສະຫາຍ,ເລືອກເອົາ ສະຫາຍ ວິໄລສັກ ສູນທອນ
ເປັນເລຂາຄະນະບໍລິຫານງານພັກເມືອງຈຳປາສັກ ສະໄໝທີ IX, ສະຫາຍ ສຸຈິດຕາ ອິນທິຈັກ ແລະ ສະຫາຍ ຄຳພູ ສີພົມມາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ
ເລືອກຕັ້ງເອົາ ສະຫາຍ ຄໍາພູ ສີພົມມາເປັນປະທານຄະນະກວດກາພັກເມືອງ,
ສະຫາຍ ອິນຖາ ແສນວິໄລ ແລະ ສະຫາຍ ບຸນລ້ຽງ ບຸນມະນີເປັນຮອງປະທານຄະນະກວດກາພັກເມືອງ
ຕອນທ້າຍກອງປະຊຸມ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ໂດຍສະຫາຍໄດ້ເນັ້ນໜັກໃຫ້ເພີ່ມທະວີເອົາໃຈໃສ່ສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ຢູ່ແຕ່ລະຂະແໜງການ ຂອງເມືອງ-ຮາກຖານບ້ານ ໃຫ້ແຂງແຮງ, ເລິກເຊິ່ງກວ່າເກົ່າ, ສືບກຕໍ່ປຸກລະດົມນໍ້າໃຈຮັກຊາດ, ຮັກລະ ບອບໃໝ່ ໃຫ້ສະມາຊິກພັກ, ຍົກສູງສິດເປັນເຈົ້າຂອງປະຊາຊົນ, ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງພັດທະ ນາເສດຖະກິດ- ສັງຄົມຄົມກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.